ອົງກອນສິດທິມະນຸດວິຈານ! ຫໍພິພິທະພັນຫຸ່ນຂີ້ເຜິ້ງປ່ອຍໃຫ້ຄົນເຊລຟີ່ກັບ “ຮິດເລີ” ເສຍພາບ “ນາຊີ”


ໃນວັນທີ່  ພະຈິກເອເອຟລາຍງານວ່າ ພິພິທະພັນ De ARCA ທີ່ເມືອງຢ໊ອກ ຈາກາຣ໌ຕ່າ ປະເທດອິນໂດເນເຊຍ ຖືກວິຈານຈາດໍກອົງກອນດ້ານສິດທິມະຕ່າງໆຢ່າງໜັກ ຫຼັງນໍາຫຸ່ນຂີ້ເຜິ້ງ ຂອງ ອະດໍລ໌ຟ ຮິດເລີ ອະດີດຜູ້ນໍານາຊີເຢຍລະມັນ ມາຕັ້ງສະແດງຢູ່ໜ້າພາບຄ່າຍ ແລ້ວປ່ອຍໃຫ້ນັກທ່ອງທຽວຖ່າຍເຊລຟີ່
ຫຸ່ນຂີ້ເຜິ້ງຂອງ ຮິດເລີ ເປັນຫ່ນຂອງຜູ້ນໍາໂລກແລະມີຊື່ສຽງຈໍານວນກວ່າ 80 ຕົວ ທີ່ທາງພິພິທະພັນໄດ້ຈັດສະແດງ ໂດຍການວາງສະແດງຂອງ ຮິດເລີ ເປັນສ່ວນທີ່ຜູ້ຄົນໃຫ້ຄວາມສົນໃຈແລະພາກັນມາຖ່າຍເຊລຟີ່ກັບຫຸ່ນ ບາງຄົນຍັງເຮັດທ່ານາຊີສລຸດປະກອບກັບການຖ່າຍພາບ
ທ່ານ ເຈມີ ມິສບາຫ໌ ຜູ້ຈັດການຫໍພິພິທະພັນເປີດເຜີຍວ່າ ທາງພິພິທະພັນໄດ້ຍ້າຍຫຸ່ນທັນທີ ຫຼັງຈາກທີ່ໄດ້ຮັບສຽງວິຈານຕ່າງໆເຖິງຄວາມບໍ່ເໝາະສົມຈາກອົງກອນພິທັກສິດທິຊາວຢິວ ໂດຍຜູ້ຈັດການຢືນຢັນວ່າ ທາງພິພິທະພັນບໍ່ໄດ້ມີເຈດຕະນາຍົ່ວຍຸ ແຕ່ຈຸດປະສົງຂອງການຈັດສະແດງຫຸ່ນຂີ້ເຜິ້ງຂອງ ຮິດເລີ ນັ້ນເພື່ອການຮຽນຮູ້ເທົ່ານັ້ນ

ລາຍງານຍັງລະບຸວ່າ ນັກປະຫວັດສາດໄດ້ໂທດລະບົບການສຶກສາຂອງອິນໂດເນຍເຊຍ ທີ່ບໍ່ຄ່ອຍສອນໃຫ້ຜູ້ຄົນສໍານຶກຮູ້ເຖິງຄວາມໂຫດຮ້າຍຂອງເຫດການຂ້າລ້າງເຜົ່າພັນຊາວຢິວ ໂດຍອິນໂດເນເຊຍເປັນປະເທດມຸສະລິມໃຫຍ່ທີ່ສຸດໃນໂລກແລະມີປະຊາກອນຊາວຢິວອາໄສຢູ້ໜ້ອຍທີ່ສຸດ

ไม่มีความคิดเห็น