ແມ່ຈີນມັດລູກໃສ່ຮາວຄັນໄດ ສັ່ງສອນຜົວເກົ່າບໍ່ສົ່ງເງີນຄ່າລ້ຽງລູກໃຫ້


ວັນທີ່ 16 ພະຈິກ ເດິຊັນລາຍງານກໍລະນີໃຊ້ຄວາມຮຸນແຮງໃນຄອບຄົວຈີນ ທີ່ເມືອງເລຢາງ ມົນທົນຫູໜານ ທາງຕອນໃຕ້ຂອງຈີນ ເມື່ອແມ່ຂອງເດັກອາຍຸ 3 ປີ ມັດລູກໃສ່ຮາວຄັນໄດທາງຂື້ນລົງທີ່ພັກ ເຖີງລູກຈະໄຫ້ສໍ່າໃດແມ່ກະບໍ່ສົນແຖມຍັງຖ່າຍຮູບໄປໃຫ້ຜົວເກົ່າທີ່ຮ້າງກັນເບີ່ງ ເພື່ອເຕືອນໃຫ້ຮູ້ວ່າລູກຈະຖືກສັ່ງສອນຫາກບໍ່ສົ່ງເງີນຄ່າລ້ຽງລູກມາໃຫ້.

ຕໍ່ມາພໍ່ເຖົ້າແມ່ເຖົ້າໄດ້ອອກມາຊ່ວຍຫຼານໂດຍແກະເຊືອກອອກດົນກວ່າ 20 ນາທີແຕ່ເດັກກໍ່ຍັງໄຫ້ສະອື້ນຢູ່ເພາະບໍ່ເຂົ້າໃຈວ່າເປັນຫຍັງແມ່ຈຶ່ງເຮັດແບບນີ້ກັບຕົນ. ພໍ່ເດັກເຜີຍວ່າຕົນຢ່າຮ້າກັບເມຍເມື່ອປີກ່ອນ ແຕ່ເດີມເດັກຢູ່ກັບພໍ່ເຖົ້າແມ່ເຖົ້າແຕ່ເດືອນ ກໍລະກົດທີ່ຜ່ານມາ ຈຶ່ງຍອມໃຫ້ແມ່ເປັນຄົນໄປສົ່ງລູກໄປຮຽນອານຸບານ ເຊີ່ງພໍ່ເດັກເຜີຍອີກວ່າ ລາວໂອນໃຫ້ພຽງ 1000 ຢວນເທົ່ານັ້ນແທນທີ່ຈະເປັນ​ 2000 ຢວນ ເຊີ່ງບໍ່ຄິດວ່າແມ່ຈະກ້າເຮັດແບບນີ້ໄດ້.

ไม่มีความคิดเห็น