ຈັບການລັກລອບນຳເຂົ້າເກັດໂຕລິ່ນກວ່າ 11.9 ໂຕ່ນ ຫຼາຍສຸດເທົ່າທີ່ເຄີຍພົບ


ສຳນັກຂ່າວປະເທດຈີນລາຍງານວ່າ ສຸນລາການເມືອງເສີນເຈີ່ນເປີດເຜີຍວັນທີ່ 29 ພະຈິກ ຜ່ານມາ ຄະດີລັກລອບນຳເຂົ້າເກັດໂຕລິ່ນນຳ້ໜັກລວມປະມານ 11.9 ໂຕ່ນ ຈາກອາຟິລິກາ ເຊີ່ງເປັນການກວດພົບການລັກລອບນຳເຂົ້າເກັດໂຕລິ່ນໃນປະລິມານຫຼາຍທີ່ສຸດເທົ່າທີ່ສຸນລາການຈີນເຄີຍກວດພົບມາ ແລະ ໄດ້ອອກໝາຍຈັບຜູ້ຖືກຫາ 2 ຄົນໃນຄະດີນີ້ແລ້ວຫຼັງຈາກມີການສຶບສວນ ແລະ ຕິດຕາມມາເປັນເວລາກວ່າ 4 ເດືອນ.

ຕາມລາຍງານຄາດວ່າເກັດໂຕລິ່ນກວ່າ 11.9 ໂຕ່ນ ແມ່ນມາຈາກໂຕລິ່ນຢ່າງໜ້ອຍ 2-3 ສິບພັນໂຕ ໂດຍສູນ South China Wildlife Identification Center ລະບຸວ່າເກັດທີ່ຖືກຍຶດໄດ້ແມ່ນສາຍພັນທີ່ຫ້າມບໍ່ໃຫ້ມີການຂ້າຂາຍໃດໆ ໃນລະດັບນານາຊາດ.




ไม่มีความคิดเห็น