ຂີປະນາວຸດອັນໃຫຍ່ມະຫາສານທີ່ເກົາຫຼີເໜືອທົດລອງລ່າສຸດ ບອກຫຍັງກັບໂລກ? (ຊົມຄລິບ)


ວັນທີ່ 30 ພະຈິກ ບີບີຊີລາຍງານວ່າພາບຂີປະນາວຸດ ຮວາຊອງ-15 ທີ່ສຳນັກຂ່າວກາງເກົາຫຼີເໜືອເຜີຍແຜ່ນັ້ນເປັນສິ່ງທີ່ພະຍາຍາມບອກກັບໂລກເຖີງໄຊຊະນະຂອງ ຄິມ ຈອງ ອຶນ ທີ່ປະກາດວ່າເກົາຫຼີເໜືອຍົກສາຖະນະຂອງຕົນເອງຂື້ນເປັນລັດທີ່ຄອງອາວຸດນິວເຄຼຍຢ່າງເຕັມຂັ້ນແລ້ວ.

ພາບທີ່ຜູ້ສັງເກດການຕື່ນຕະລຶງໜັກຄືຂະໜາດຂອງຂີປະນາວຸດອັນໃຫຍ່ມະຫຶມາ ຈົນຕົວ ຄິມ ຈອງ ອຶນ ເບີ່ງນ້ອຍໄປເລີຍລະຫວ່າງການມາສຳຫຼວດການທົດສອບນີ້ ແລະ ສູບຢາສະຫຼອງຄວາມສຳເລັດຢ່າງໜ້າຊື່ນຕາບານ.

 ນັກວິໄຈປະຈຳສູນການສຶກສາປ້ອງກັນການແຜ່ອາວຸດ ລັດຄາລິຟໍເນຍ ກ່າວວ່າ ຂີປະນາວຸດໃນພາບນັ້ນມີຂະໜາດໃຫຍ່ກວ່າລຸ່ນກ່ອນຄືລຸ່ນ ຮວາຊອງ-14 ຫຼາຍ ແລະ ມີບໍ່ເທົ່າໃດປະເທດເທົ່ານັ້ນທີ່ມີຂີປະນາວຸດຂະໜາດນີ້ໄດ້ ແຕ່ຕອນນີ້ເກົາຫຼີເໜືອມີແລ້ວ.



ไม่มีความคิดเห็น