ໂດໂນລ ທຣັມ ກຽມປົດ ລັດຖະມົນຕີວ່າການຕ່າງປະເທດ ເຫດບໍ່ສະໜອງຕາມນະໂຍບາຍ


ໜັງສືພິມນິວຍອກທາມ ລາຍງານວ່າ ທຳນຽບຂາວມີແຜນຈະປົດ ເລັກ ທີເລີສັນ ລັດຖະມົນຕີວ່າການຕ່າງປະເທດສະຫະລັດອອກຈາກຕຳແໜ່ງ ໂດຍຈະໃຫ້ ໄມສ ປອມເປໂອ ຜູ້ອຳນວຍການສຳນັກຂ່າວກອງກາງສະຫະລັດ (CIA) ເຂົ້າຮັບຕຳແໜ່ງແທນ ເຊີ່ງການປ່ຽນແປງດັ່ງກ່າວອາດມີໃນທ້າຍປີນີ້ ຫຼື ຕົ້ນປີໜ້າ.

ຂ່າວດັ່ງກ່າວມີຂື້ນກາງຄວາມຕຶງຄຽດໃນການເຮັດວຽກຮ່ວມກັບ ໂດໂນລ ທຣັມ ໃນຊ່ວງທີ່ຜ່ານມາໃນປະເດັນຄວາມຂັດແຍ້ງດ້ານນະໂຍບາຍຕ່າງປະເທດ ກ່ຽວກັບ ປະເທດ ກາຕ່າ ເກົາຫຼີເໜືອ ແລະ ອີຫຣ່ານ. ນອກຈາກນີ້ ຍັງມີລາຍງານວ່າ ເລັກ ທີເລີສັນ ເຄີຍກ່າວເຖີງ ທຣັມ ວ່າເປັນຄົນປັນຍາອ່ອນ.

ไม่มีความคิดเห็น