ອີຢິບ ສັ່ງແຂວນຄໍນັກໂທດ 15 ລາຍພ້ອມກັນ ໂທດຖານຂ້າກອງກໍາລັງຄວາມໝັ້ນຄົງ
ໃນວັນທີ່ 26
ທັນວາ 2017 ສໍານັກຂ່າວຕ່າງປະເທດລາຍງານວ່າທາງການອີຢິບໄດ້ສັ່ງປະຫານຊີວິດນັກໂທດ15ລາຍ ໂທດຖານຄວາມຜິດບຸກໂຈມຕີຖານປະຈໍາການທະຫານແລະຕໍາຫຼວດໃນແຫຼມໄຊນາຍ
ໃນປີ 2013 ຈົນເຮັດໃຫ້ທະຫານເສຍຊີວິດ 9 ສະຫາຍ ໂດຍແບ່ງເປັັນການປະຫານດ້ວຍວິທີແຂວນຄໍພ້ອມກັນໃນຄຸກ
2 ແຫ່ງຄື ຄຸກຈໍາບອຣ໌ ອັລ-ອາຫຼັບແລະ ຄຸກວາດີ ອັັລ-ນັຕູນ ການປະຫານຄັ້ງນີ້ຖືເປັນການປະຫານນັກໂທດຫຼາຍທີ່າຸດ
ນັບແຕ່ປະທານາທິບໍດີ ອັບເດລ ຟັຕຕາຫ໌ ອັລ-ຊີຊີ ເຂົ້າຮັບຕໍາແໜ່ງ
ເຈົ້າໜ້າທີ່ ທີ່ຖືກຂ້າຈາກການໂຈມຕີ
ການປະຫານຊີງິດຄັ້ງນີ້ທາງສານທະຫານໄດ້ກໍານົດບົດລົງໂທດເອງແລະເຈົ້າໜ້າທີ່ຂອງກະຊວງພາຍໃນເປັນຜູ້ລົງມືປະຫານຊີວິດນັກໂທດ
ໂດຍນັກໂທດເກືອບທັງໝົດເປັນນັກຮົບໃນແຫຼມໄຊນາຍແລະຖືກກ່່າວຫາເຂົ້າຮ່ວມກຸ່ມນັກຮົບແລະຮ່ວມດໍາເນີນການ
ວາງແຜນແລະໃຫ້ການຊ່ວຍເຫຼືອ ເຊັ່ນ ຂ້າບຸກຄະລາກອນທາງທະຫານແລະຕໍາຫຼວດໃນໄຊນາຍ



Post a Comment