ສະຫະລັດ ຂວໍ້າບາດ 2 ນັກພັດທະນາຂີປະນາວຸດເກົາຫຼີເໜືອ ຜູ້ຢູ່ເບື້ອງຫຼັງການທົດສອບ ຮວາ-ຊອງ15



ສໍານັກຂ່າວຕ່າງປະເທດລາຍງານ ໃນວັນທີ່ 26 ທັນວາທີ່ຜ່ານມາ ກະຊວງການເງິນສະຫະລັດອອກຖະແຫຼງການຂວໍ້າບາດເຈົໜ້າທີ່ລະດັບສູງຂອງເກົາຫຼີເໜືອ 2 ລາຍທີ່ມີບົດບາດສໍາຄັນຕໍ່ໂຄງການພັດທະນາຂີປະນາວຸດໄດ້ແກ່ ຄີມ ຈອງ-ຊິກ ເຊິ່ງມີບົດບາດໃນການພັດທະນາເຊື້ອໄຟແຫຼວເປັນເຊື້ອໄຟແຂງ ແລະ ຣີ ຢອງ-ຊໍລ ທີ່ມີບົດບາດສໍາຄັນໃນສ່ວນການພັດທະນາຂີປະນາວຸດຂ້າມທະວີບ(ICBM)
  ຣີ ຢອງ-ຊໍລ

 ຄີມ ຈອງ-ຊິກ 
ໂດຍລັດຖະມົນຕີກະຊວງການເງິນສະຫະລັດໄດ້ເຜີຍວ່າ 2 2ຄົນນີ້ຢູ່ໃນບັນຊດໍາການຂວໍ້າບາດຄັ້ງລ່າສຸດຂອງຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ທີ່ປະກາດໃນວັນທີ່ 22 ທັນວາທີ່ຜ່ານມາ


ສ່ວນທາງດ້ານ ຄີມ ຈອງ-ອຶນ ກ່າວວ່າການຮຽກຮ້ອງຂວໍ້າບາດສະຫະລັດຄັ້ງນີ້ ຖືວ່າເປັນການຜັກດັນໃຫເເກີດສົງຄາມຄັ້ງໃໝ່ແລະຍັງເຮັດໃຫ້ເກົາຫຼີເໜືອຕ້ອງເລ່ງເດີນໜ້າພັດທະນາແລະທົດສອບນິວເຄຣຍໄປຢ່າງຕໍ່ເນື່ອງ ເພື່ອຄຸ້ມກັນໄພໃຫ້ປະເທດຂອງຕົນ

ไม่มีความคิดเห็น