ເກີດເຫດລົດຮັບສົ່ງນັກຮຽນຄວຳ້ ເສຍຊີວິດ 2 ຄົນ ແລະ ບາດເຈັບອີກກວ່າ 20 ຄົນ
ເມື່ອວັນທີ່ 7 ທັນວາ ໄດ້ເກີດເຫດລົດລົດຮັບສົ່ງນັກຮຽນເສຍຫຼັກຄວຳ້ທີ່ບ້ານ ເວີນແທນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈາກການລາຍງານຂອງມູລະນິທິຈີນໄດ້ບອກວ່າ ມີຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບກວ່າ 20 ຄົນ ເຊີ່ງຜູ້ເສຍຊີວິດແມ່ນນັກຮຽນຊາຍມີບາດແຜໃຫຍ່ທີ່ຫົວ ແລະ ເສຍຊີວິດກ່ອນໜ່ວຍກູ້ໄພຈະໄປຮອດ ສ່ວນຜູ້ບາດເຈັບທາງໜ່ວຍກູ້ໄພໄດ້ປະຖົມພະຍາບານເບື້ອງຕົ້ນ ແລະ ນຳສົ່ງໂຮງໝໍມິດຕະພາບແລ້ວ.


Post a Comment