ເຈແປນແອຣ໌ໄລນ໌ ພັດທະນາເຮືອບິນເຈັທ ໂດຍສານທີ່ໄວທີ່ສຸດໃນໂລກ ໄປສະຫະລັດໃຊ້ເວລາພຽງ 5 ຊົ່ວໂມງ


ໃນວັນທີ່ 8 ທັນວາ 2017  ສໍານັກຂ່າວຕ່າງປະເທດລາຍງານວ່າ ຜູ້ບໍລິຫານສາຍການບິນເຈແປນແອຣ໌ໄລນສ໌ ທຸ່ມງົບປະມານ 10 ລ້ານໂດລ່າສະຫະລັດ ພັດທະນາເຮືອບິນເຈັທໂດຍສານສາມາດຫຼຸດໄລຍະເວລາການບິນຈາກປະເທດຍີປຸ່ນໄປອາເມຣິກາໃຫ້ເຫຼືອ 5 ຊົ່ວໂມງເຄິ່ງ ເຊິ່ງຈາກເດີມໃຊ້ເວລາ 11 ຊົ່ວໂມງ



ການພັດທະນາເຮືອບິນເຈັທນີ້ ທາງຜູ້ບໍລິຫານສາຍການບິນໄດ້ໃຫ້ບໍລິສັດບູມ ຊູເປີຊູນິກ ເປັນຜູ້ພັດທະນາເຊິ່ງໄດ້ຕັ້ງເປົ້າໝາຍວ່າຈະສ້າງເຮືອບິນເຈັທ ລຸ່ນຊູເປີໂຊນິກ ທີ່ສາມາດຂັບເຄື່ອນດ້ວຍຄວາມໄວ 2,320 ກິໂລແມັດຕໍ່ຊົ່ວໂມງ ຄວາມໄວເໜືອສຽງ2,2 ເທົ່າ ເດີນທາງທີ່ຄວາມສູງ 60,000 ຟຸດ ສາມາດຮອງຮັບຜູ້ໂດຍສານ 55 ຄົນ ໂດຍທາງບໍລິສັດຕັ້ງເປົ້າໄວ້ວ່າພາຍໃນຕົ້ນປີ 2020 ຈະສາມາດເລີ່ມໃຫ້ບໍລິການ


ไม่มีความคิดเห็น