ໄອເອສ ຂູ່ຈະໂຈມຕີຫຼາຍເມືອງໃຫຍ່ ນິວຍອກ ລອນດອນ ປາຮີສ ໂຣມ
ວັນທີ່ 6 ທັນວາ ສື່ຕ່າງປະເທດລາຍງານວ່າ ກຸ່ມຕິດອາວຸດລັດອິສລາມ ຫຼື ໄອເອສ ຂູ່ໂຈມຕີອັງກິດຕໍ່ເນື່ອງ ພ້ອມທັງເຜຍແຜ່ພາບໂປສເຕີຂົ່ມຂວັນທີ່ເຮັດໃຫ້ຜູ້ຄົນໃນໂລກອອນລາຍພາກັນຕົກໃຈຢ້ານກົວ ບໍ່ວ່າຈະເປັນພາບ ຫໍໂມງບິກເບັນ ທີ່ຖືກໂຈມຕີຈົນໄຟໄໝ້ພ້ອມຂໍ້ຄວາມຂົ່ມຂູ່ວ່າ “ພວກເຮົາຈະທຳລາຍປະເທດຂອງພວກເຈົ້າ ດັ່ງທີ່ພວກເຈົ້າທຳລາຍປະເທດຂອງພວກເຮົາ” ນອກນັ້ນຍັງມີພາບ ຫໍໄອເຟວ ທີ່ກຸງປາຮີສຂອງຝຣັ່ງ. ກ່ອນໜ້ານີ້ສຳນັກຂ່າວຣອຍເຕີລາຍງານອ້າງຂ່າວຈາກ ສະຖານີຂ່າວສະກາຍນິວຂອງອັງກິດວ່າ ທີມຕຳຫຼວດອັງກິດສາມາດສະກັດແຜນລອບສັງຫານ ນາຍົກລັດຖະມົນຕີ ເທເລຊາ ເມ ຂອງອັງກິດໄດ້ສຳເລັດ.

Post a Comment