ສະຫະລັດ-ເກົາຫຼີໃຕ້ຮ່ວມມືກັນຊ້ອມຮົບຄັ້ງໃຫຍ່ ຂົນເຮືອບິນມາຫຼາຍກວ່າ 230 ຂົ່ມຂັວນເກົາຫຼີເໜືອ(ຊົມຄລິບ)


ສໍານັກຂ່າວຕ່າງປະເທດລາຍງານໃນວັນທີ່ 4 ທັນວາ 2017 ທາງດ້ານກອງບິນທີ່ 7 ຂອງສະຫະລັດແລະກອງທັບອາກາດເກົາຫຼີໃຕ້ ໄດ້ຈັດການຊ້ອມຮົບຮ່ວມກັນ ໃນຊືປະຕິບັດການ ວິຈເລີນທ໌ ເອຊ (Vigilant Ace ) ເພື່ອກຽມພ້ອມແລະສົ່ງເສີມສັກກະຍາພາບໃນການຮັບມືຈາກການໂຈມຕີທາງອາກາດ ໂດຍທັງສອງປະເທດ ຈັດໃຫ້ມີການຊ້ອມ 5 ວັນ ເລີ່ມແຕ່ວັນທີ 4-8 ທັນວາ ໃນນ່ານຟ້າຂອງເກົາຫຼີໃຕ້ເນືອແຫຼມເກົາຫຼີ


ກະຊວງປ້ອງກັນປະເທດສະຫະລັດລະບຸວ່າ ການຊ້ອມຮົບກັບເກົາຫຼີໃຕ້ຄັ້ງນີ້ຖືວ່າເປັນການຊ້ອມຮົບທີ່ຍິ່ງໃຫຍ່ທີ່ສຸດທີ່ເຄີຍມີມາ ໂດຍທາງສະຫລັດໄ້ສົ່ງທະຫານເຂົ້າຮ່ວມ 12,000 ສະຫາຍ ພ້ອມກັບພ້ອມກັບເຮືອບົນຮັບກວ່າ 230 ລໍາ ໃນນັ້ນປະກອບມີເຮືອບິນຂັບໄລ່ F-35 ຈໍານວນ 18 ລໍາ F-22 ອີກຈໍານວນ 6 ລໍາ ນອກນັ້ນແລ້ວສະຫະລັດ ຍັງໄດ້ເຮືອບິນຖີ້ມະເບີດທາງຍຸດທະສາດ B-1B ເຂົ້່າຮ່ວການຊ້ອມຮົບຄັ້ງນີ້ອີກດ້ວຍ




ການຊ້ອມຮົບຄັ້ງນີ້ໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບເກົາຫຼີເໜືອຢ່າງຍິ່ງ ການຊ້ອມຮົບຄັ້ງນີ້ເກີດຂື້ນຫຼັງຈາກທີ່ເກົາຫຼີອອກມາປະກາດຄວາມສໍາເລັດໃນການທົດສອບຍິງຂີປະນາວຸດຂ້າມທະວີບ ລຸ່ນໃໝ່ຊື່ ຮວາຊອງ-15 

ไม่มีความคิดเห็น