ປະທານາທິບໍດີ ສີ ຈີ້ນຜິງ ສັ່ງກອງທັບ ປັບປຸງໂຄງສ້າງກຽມພ້ອມສູ້ຮົບໃນສະຖານະການທີ່ກໍາລັງຕຶງຄຽດ


ວັນທີ່ 17 ທັນວາ 2017 ຖ້າເວົ້າເຖິງສະຖານະການໃນປັດຈຸບັນແມ່ນບໍ່ຄ່ອຍປົກກະຕິ ເນື່ອງຈາກສະຖານະການໃນຫຼາຍພື້ນທີ່ເຂົ້າສູ່ຄວາມຄັດແຍ້ງແລະຫຼາຍພື້ນທີ່ມີຄວາມຮຸນແຮງເກີດຂື້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນສະຖານະການໃນແຫຼມເກົາຫຼີ ທີ່ທາງດ້ານສະຫລັດໄດ້ພະຍາຍາມອ້ອມກອບເກົາຫຼີເໜືອ ເພື່ອກົດດັນບໍ່ໃຫ້ເກົາຫຼີເໜືອທົດສອບຂີປະນາວຸດແລະອາວຸດນິວເຄຣຍ ເຊິ່ງແນ່ນອນຈີນກໍ່ເປັນໜຶ່ງໃນປະເທດ ທີ່ສະຫະລັດນັ້ນຂໍຄວາມຮ່ວມມືໃນການລົດຄວາມສໍາພັນ ກັບເກົາຫຼີເໜືອ

ເຊິ່ງແນ່ນນອນວ່າທາງດ້ານຈີນເອງກໍກຽມພ້ອມໃນການຮັບມືກັບສະຖານະການທີ່ບໍ່ຄາດຄິດວ່າຈະເກີດຂື້ນໃນອານາຄົດລ່າສຸດ ປະທານາທິບໍດີ ສີ ຈີ້ນຜິ້ງ ໄດ້ກ່າວຂະນະກວດສອບກໍາລັງພົນກອງທັບປົດແອກປະຊາຊົນຈີນ ໃນວັນທີ່ 13 ທັນວາ 2017 ວ່າທາງດ້ານກອງທັບຕ້ອງເລັ່ງປັບປຸງໂຄງສ້າງ





ຈາກນັ້ນ ທ່ານ ສີ ຈີ້ນຜິງ ເນັ້ນຢໍ້ກົດແລະລະບຽບທາງການເມືອງ ການປາບປາມການຄໍຣັບຊັ່ນແລະການພັດທະນາຮູບແບບການເຮັດວຽກ ໂດຍທ່ານໄດ້ອອກຄໍາສັ່ງໃຫ້ກອງທັບ ການເອົາຊະນະສົງຄາມ ດໍາເນີນແຜນງານປັບປຸງໂຄງສ້າງແລະຍົກລະດັບການຈັດການແລະການເຄື່ອນໄຫວພົນສູ້ຮົບ
ກອງທັບ ຄວນປັບປຸງຍຸດທະວິທີແລະວິທີການເຝິກຊ້ອມໃຫ້ທັນາະໄໝ ເພິ່ມກ່ນຊ້ອມຮົບແລະສ້າງຂັວນກໍາລັງໃຈແກ່ທະຫານ ທ່ານ ສີ ຈີ້ນຜິງກ່າວກັບນາຍທະຫານປະຈໍາເມືອງສີໂຈ ມົນທົນຈຽງຊູ ໂດຍເສີມວ່າບັນດານາຍທະຫານລະດັບຜູ້ບັງຄັບບັນຊາຕ້ອງສະແດງຄວາມຮັບຜິດຊອບແລະຄວາມເປັນຜູ້້ນໍາໃຫູ້້ໃຕ້ບັງຄັບບັນຊາເຫັນເປັນຕົວຢ່າງ





ການຊ້ອມຮົບປ້ອງກັນໄພທາງອາກາດ Aerospace Security – 2017 ລະຫວ່າງກອງທັບອາກາດຈີນແລະຣັດເຊຍ




ไม่มีความคิดเห็น