ຄະນະແພດຊ່ວຍຊີວິດ ເດັກນ້ອຍເກີດໃໝ່ ທີ່ມີຫົວໃຈຢູ່ນອກຮ່າງກາຍໄວ້ໄດ້ສໍາເລັດ(ມີຄລິບ)


ມີການລາຍງານຈາກສໍານັກຂ່າວຕ່າງປະເທດວ່າ ຄະນະແພດແລະພະຍາບານປະຈໍາໂຮງໝໍເກລນຟິລດ໌ ປະເທດອັງກິດ ປະສົບົນສໍາເລັດໃນການຊ່ວຍຊີວິດເດັນນ້ອຍເກີດໃໝ່ເພດຍິງ ຊື່ ເວເນລໂລປີ ໂຮບ ວິລຄນສ໌ ອາຍຸ 3 ອາທິດ ທີ່ເກີດມາພ້ອມກັບຫົວໃຈ ທີ່ຢູ່ນອກຮ່າງກາຍ ໂດຍເດັກນ້ອຍຄົນນີ້ຖືເປັນຄົນທໍາອິດຂອງປະເທດທີ່ ຫຼອດຊີວິດຈາດຄວາມຜິດປົກກະຕິທີ່ຫາຍາກທີ່ສຸດນີ້


ໃນລາບງານລະບຸວ່າຄະນະແພດກວ່າ 50 ຄົນ ໄດ້ດໍາເນີນການຜ່າຕັດສາມຄັ້ງໃຫ້ກັບເດັກນ້ອຍີເກີດກ່ອນກໍານົດທີ່ຕ້ອງຢູ່ຖົງພາສຕິກປ້ອງກັນການຕິດເຊື້ອຕັ້ງແຕ່ກໍາເນີດເນື່ອງຈາກຜະເຊີຍພາວະ ເອຄຄໍຣດິສ (Ectopia Cordis) ເຊຶ່ງສົ່ງຜົນໃຫ້ບໍ່ມີກະດູກໜ້າເອິກແລະອະໄວຍະວະສໍາຄັນຄືຫົວໃຈອອກມາເຕີບໃຫຍ່ນອກຮ່າງກາຍ
ຍັງໄດ້ມີການປະເມີນອັດຕາເດັກນ້ອຍທີ່ປະສົບ ພາວະ ເອຄຄໍຣດິສ ຢູ່ທີ່ແປດຄົນຕໍ່ໜື່ງລ້ານ ເຊິ່ງເກືອບເສຍຊີວິດຕັ້ງແຕ່ຍັງບໍ່ເກີດຫຼືເສຍຊີວິດຕັ້ງແຕ່ສາມວັນທໍາອິດທີ່ເກີດມາ


ທາງດ້ານນາງ ນາໂອມີ ຟາຍດ໌ເຍ໌ ແມ່ຂອງເດັກນ້ອຍ ເຜີຍວ່າການປຽບທຽບລູກສາວຕອນທໍາອິດແບະຕອນນີ້ຖືວ່າເລື່ອງລາວທັງໝົດເປັນຍິ່ງກວ່າປະຕິຫານ ແລ້ວຍັງບອກວ່າ ຄະນະແພດແລະພະຍາບານປະໂຮງໝໍເກລນຟິລດ໌ ເກັ່ງຫຼາຍ ເຊິ່ງເປັນຄວາມສໍາເລັດທີ່ເຫຼືອເຊື່ອຫຼາຍ

ຊົມຄລິບ:

ไม่มีความคิดเห็น