ຈີນ-ຣັດເຊຍ ຊ້ອມຮົບກຽມຮັບມືຂີປະນາວຸດ ເພື່ອປັບຄວາມສົມດຸນໃນພູມິພາກ


ສື່ຕ່າງປະເທດລາຍງານວ່າ ການຊ້ອມຮົບປ້ອງກັນໄພທາງອາກາດ Aerospace Security -2017  ລະຫວ່າງກອງທັບຈີນແລະກອງທັບຣັດເຊຍ ໂດຍຈັດຂື້ນທີ່ກຸງປັກຫິ່ງ ເມືອງຫຼວງຂອງຈີນ ທາງດ້ານກະຊວງປ້ອງກັນປະເທດຂອງຈີນໄດ້ອອກຖະແຫຼງການ ເຖິງຄວາມຮ່ວມມືລະຫວ່າງຣັດເຊຍກັບຈີນວ່າການຊ້ອມຮົບຄັ້ງນີ້ ກີດຂື້ນເພື່ອຮັບປະກັນຄວາມສົມດຸນທາງຍຸດທະສາດບໍລິພີ້ທີແປຊີຟິກ

ພາລະກິດຂອງ Aerospace Security -2017   ນັ້ນເປັນການກອງທັບທັງ  2 ຝ່າຍໃນການວາງແຜນຮ່ວມກັນແລະປະຕິບັດການປະຈັນບານໃນຮູບແບບຕ່າງໆ ລວມເຖິງການຈັດຕັ້ງກອງກໍາລັງໃນການປ້ອງກັນຂີປະນາວຸດແລະໃຫ້ການສະໜັບສະໜູນເຊິ່ງກັນແລະກັນ ຫາກເກີດການໂຈມຕີດ້ວຍຂີປະນາວຸດເຂົ້າສູ່ແຜ່ນດິນຫຼອານາເຂດທັງສອງປະເທດ


ກະຊວງປ້ອງກັນປະເທດຂອງຣັດເຊຍ ໄດ້ເປີດເຜີຍວ່າການຊ້ອມຮົບຮ່ວມລະຫວ່າງ ຣັດເຊຍແລະຈີນ ເພື່ອສ້າງຄວາມສົມດຸນ ໃຫ້ແກ່ພູມິພາກແຫ່ງນີ້ແລະສ້າງຄວາມໝັ້ນຄົງເຊິ່ງກັນແລະກັນລະຫວ່າງສອງປະເທດແລະບໍ່ມີເຈດຕະນາສົ່ງສັນຍານໄປຮອດປະເທດທີ່ 3 ແຕ່ຢ່າງໃດ

ไม่มีความคิดเห็น