ເກົາຫຼີໃຕ້-ສະຫະລັດ-ຍີ່ປຸ່ນ ຮ່ວມກັນຊ້ອມຮົບແກະຮອຍຂີປະນາວຸດຈາກເກົາຫຼີເໜືອ
ໃນວັນທີ່ 11 ທັນວາ 2017
ມີລາຍງານຈາກສື່ຂ່າວທ້ອງຖິ່ນວ່າ ເກົາຫຼີໃຕ້ ສະຫະລັດແລະຍີ່ປຸ່ນເປີດສາກຊ້ອມຮົບເປັນເວລາ
2 ວັນ ທ່າມກາງຄວາມຕຶງຄຽດໃນແຫຼມເກົາຫຼີເນື່ອງຈາກໂຄງການທົດສອບຂີປະນາວຸດນິວເຄຣຍ
ການຝຶກຊ້ອມຂອງກອງທັບ 3 ຝ່າຍແມ່ນມີວັດຖຸປະສົງເພື່ອກວດຈັບແລະຕິດຕາມຄວາມເປັນໄປໄດ້ຂອງການຍິງຂີປະນາວຸດຈາກເກົາຫຼີເໜືອໂດຍການຊ້ອມຮົບຈະບໍ່ໄປຮອດຂັ້ນການທໍາລາຍຂີປະນາວຸດທີກວດຈັບໄດ້
ໃນແຜນການຊ້ອມຮົບແມ່ນມີການຈໍາລອງທາງຄອມພິວເຕີ
ເພື່ອກວດຈັບແລະແກະຮອຍຂີປະນາວຸດຜ່ານເລດ່າແລະແລກປ່ຽນຂ່າວສານກັນລະຫວ່າງ3ກອງທັບ
ການຊ້ອມຮົບຄັ້ງເກີດຂື້ນຫຼັງຈ່ໍາກເກົາຫຼີເໜືອທົດສອບຍິງຂີປະນາວຸດ
ຮວາຊອງ-15 ໃນວັນທີ່ 29 ພະຈິກ ເຊິ່ງເກົາຫຼີເໜືອອ້າງວ່າເປັນຂີປະນາວຸດທີ່ຍິງໄປໄກຮອດສະຫະລັດອາເມຣິກາ
ການຝຶກຊ້ອມແກະຮອຍຂີປະນາວຸດ
3 ຝ່າຍນັບເປັ້ນຄັ້ງທີ 6 ຫຼັງຈາກເຄີຍຊ້ອມມາແລ້ວ 3 ຄັ້ງໃນປີນີ້ ແລະ2 ຄັ້ງໃນປີທີ່ຜ່ານມາ



Post a Comment