ຄວາມກ້າວໜ້າການເຈາະອຸໂມງລົດໄຟ ລາວ-ຈີນ
ຂະນະນີ້ໂຄງການກໍ່ສ້າງໃນແຂວງຫຼວງນຳ້ທາມີຄວາມກ້າວໜ້າຫຼາຍດ້ານ ເຊີ່ງການເຈາະອຸໂມງສຳເລັດແລ້ວ 24.76 % ສ່ວນການສະຖານີແມ່ນຈະສ້າງ 2 ແຫ່ງໃນແຂວງຫຼວງນຳ້ທາຄື ສະຖານີບໍ່ເຕັນສຳລັບກວດຄົນເຂົ້າ-ອອກເມືອງ ແລະ ສະຖານີນາເຕີຍ ເປັນສະຖານີໃຫຍ່ສຳລັບການຂົນສົ່ງສິນຄ້າ ແລະ ຍັງຕ້ອງກໍ່ສ້າງຂົວລົດໄຟອີກ 7 ແຫ່ງ.
ທ່ານ ສຸວັນເພັງ ວົງໄຊ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ຫຼວງນຳ້ທາກ່າວວ່າ ຂະນະນີ້ບໍລິສັດກໍ່ສ້າງທາງລົດໄຟ ໝາຍເລກທີ່ 5 ແລະ 2 ກຳລັງເລັ່ງຂຸດເຈາະ ອຸໂມງ 3 ແຫ່ງຄື ອຸໂມງມິດຕະພາບລາວ-ຈີນ, ອຸໂມງບໍ່ເຕັນ ແລະ ອຸໂມງຕີນຕົກ ພ້ອມດຽວກັນນັ້ນຍັງກໍ່ສ້າງຮາກຖານຂົວໃຫຍ່ທີ່ບ້ານນາເຕີຍ ຢາວໄປຮອດບ້ານນາໂຮມ ເມືອງນາໝໍ້ ແຂວງອຸດົມໄຊ.
ສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບໃນແຂວງຫຼວງນຳ້ທາມີ 3 ບ້ານ ຄືບ້ານບໍ່ເຕັນ, ບ້ານຕີນຊານ ແລະ ບ້ານນາເຕີຍ ສ່ວນການໄກ່ເກ່ຍ ແລະ ທົດແທນທີ່ດີນ ຂະນະກຳມະການລະດັບແຂວງເອົາໃຈໃສ່ ແລະ ລົງພື້ນທີ່ຕິດຕາມຢ່າງໃກ້ຊິດ ປະຊາຊົນສ່ວນໃຫຍ່ເຂົ້າໃຈນະໂຍບາຍຂອງພັກ ແລະ ລັດຖະບານ ໃນການພັດທະນາເສດຖະກິດສັງຄົມຂອງປະເທດລາວ ແລະ ເຫັນດີກັບການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.




Post a Comment