ຍີ່ປຸ່ນຈັດໃຫຍ່ ເພີ່ມງົບ 5.19 ລ້ານລ້ານເຢນ ຊື້ອາວຸດປ້ອງກັນເກົາຫຼີເໜືອ
ເມື່ອວັນທີ່ 16 ທັນວາ ນິກເຄອິ ເດລີ່ ລາຍງານວ່າລັດຖະບານຍີ່ປຸ່ນເພີ່ມງົບປະມານດ້ານການທະຫານສຳລັບປີງົບປະມານໜ້າທີ່ຈະເລີ່ມໃນເດືອນ ເມສາ 2018 ສູງເຖີງ 5.19 ລ້ານລ້ານເຢນ ເພື່ອເສີມຄວາມແກ່ງໃຫ້ລະບົບຂີປະນາວຸດປ້ອງກັນຕົນເອງຈາກໄພຄຸກຄາມຈາກໂຄງການພັດທະນາຂີປະນາວຸດ ແລະ ນິວເຄຼຍໃນເກົາຫຼີເໜືອ.
ລາຍງານລະບຸວ່າ ງົບປະມານດັ່ງກ່າວຈະໃຊ້ຈ່າຍໃນການຕິດຕັ້ງລະບົບຕໍ່ຕ້ານຂີປະນາວຸດ ເອຈິສ ອາຊໍ ຂອງສະຫະລັດ ພ້ອມນັ້ນກໍ່ຈະຍົກລະດັບຂີປະນາວຸດຍີ່ປຸ່ນ.

Post a Comment