ສະຫະລັດປີ້ນຄໍາເວົ້າປ່ຽນທ່າທີ! ບໍ່ຄິດເຈລະຈາກັບ ເກົາຫຼີເໜືອ ຖ້າຫາກບໍ່ຍອມປົດອາວຸດນິວເຄຣຍກ່ອນ
ໃນວັນທີ່ 16
ທັນວາ ສໍານັກຂ່າວຕ່າງປະເທດລາຍງານວ່າ ກໍລະນີ ທ່ານ ເຣັກຊ໌ ທິລເລີຣ໌ສັນ
ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ໄດ້ອອກມາກ່າວໃນຊ່ວງທີ່ມາວ່າ ທາງສະຫະລັດພ້ອມທີ່ຈະເຈລະຈາກັບທາງເກົາຫຼີເໜືອເມື່ອໃດກໍໄດ້ທີ່ເກົາຫຼີເໜືອມີຄວາມພ້ອມ
ໂດຍບໍ່ຕ້ອງມີເງື່ອນໄຂໃຫ້ເກົາຫຼີເໜືອຕ້ອງປົດອາວຸດນິວເຄຣຍກ່ອນຈະເລີ່ມເຈລະຈາໄດ້ ໂດຍຕ້ອງໃຫ້ທັງສອງຝ່າຍພົບປະໂອ້ລົມກັນກ່ອນ
ຈະະລົມເລື່ອງໃດກໍໄດ້ ຫຼັງຈາກນັ້ນຈະວາງແຜນແກ້ໄຂບັນຫາຄວາມຕຶງຄຽດໃນແຫຼມເກົາຫຼີຮ່ວມກັນ
ລ່າສຸດວັນທີ່
15 ທັນວາ 2017 ທາງສະຫະລັດປີ້ນຄໍາເວົ້າປ່ຽນທ່າທີອີກຄັ້ງ ເຊິ່ງເປັນໄປໄດ້ວ່າ ທ່ານ
ເຣັກຊ໌ ທິລເລີຣ໌ສັນ ອາດຖືກປະທານາທິບໍດີ ໂດນັລ
ທຣໍ້າ ກົດດັນໃຫ້ສະແດງທ່າທີແຂງກ້າວກັບເກົາຫຼີເໜືອຫຼາຍກວ່ານີ້ ໂດຍ ທ່ານ ເຣັກຊ໌
ທິລເລີຣ໌ສັນ ໄດ້ອອກມາຖະແຫຼງການອີກວ່າ
ການເຈລະຈາຄັ້ງນີ້ເກົາຫຼີເໜືອຕ້ອງຫຍັງມາເເລກປ່ຽນນັ້ນກໍຄືການຍອມປົດອາວຸດນິວເຄຣຍກ່ອນ
ທາງສະຫະລັດຈື່ງຍອມເຈລະຈາ ນອກນີ້ຍັງຮຽກຮ້ອງໃຫ້ຈີນແລະຣັດເຊຍະກາດບົດລົງໂທດຝ່າຍຕໍໍ່ເກົາຫຼີເໜືອທີ່ນອກເໜືອໄປຈາກມະຕິຂອງສະຫະປະຊາຊາດອີກດ້ວຍ


Post a Comment