ກະຊວງປ້ອງກັນປະເທດຍີ່ປຸ່ນເລັ່ງຂໍງົບປະມານ ຊື້ຂີປະນາວຸດກຽມໄວ້ຕອບໂຕ້ໂສມແດງ


ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ເປີດເຜີຍວັນທີ່ 8 ທັນວາ ວ່າ ກະຊວງປ້ອງກັນປະເທດຍີ່ປຸ່ນຈະຂໍງົບປະມານພິເສດ ໃນງົບປະມານປີ 2018 ເພື່ອນຳມາຊື້ຂີປະນາວຸດຍິງຈາກອາກາດລົງພື້ນໄລຍະໄກ ເພື່ອນຳມາຕິດຕັ້ງໃສ່ເຮືອບີນຮົບ ໂດຍແຫຼ່ງຂ່າວລະບຸວ່າຍີ່ປຸ່ນວາງແຜນຈະຊື້ JASSM ແລະ LRASM ທີ່ມີໄລຍະຍິງ 900 ກມ ຈາກບໍລິສັດສະຫະລັດ ລວມເຖີງຂີປະນາວຸດຈາກປະເທດນໍເວ ອີກດ້ວຍ.

ແຜນການຊື້ຂີປະນາວຸດດັ່ງກ່າວອາດສົ່ງຜົນໃຫ້ມີສຽງວິພາກວິຈານ ເພາະຕາມລັດຖະທຳມະນູນເພື່ອສັນຕິພາບທີ່ຮ່າງຂື້ນຫຼັງສົງຄາມໂລກຄັ້ງທີ່ 2 ນັ້ນກຳນົດຫ້າມໃຫ້ຍີ່ປຸ່ນໃຊ້ກຳລັງເພື່ອການຕັດສິນຄວາມຂັດແຍ້ງລະຫວ່າງປະເທດ ຢ່າງໃດກໍ່ຕາມ ກະຊວງປ້ອງກັນປະເທດ ແລະ ກອງທັບຍີ່ປຸ່ນ ຢືນຢັນວ່າຍັງຈະຮັກສານະໂຍບາຍດັ່ງກ່າວໄວ້.

ไม่มีความคิดเห็น