ເຢລູຊາເລັມ ລຸກເປັນໄຟເມື່ອ ທຣັມ ປະກາດຮັບຮອງເປັນເມືອງຫຼວງຂອງອິດສະລາເອວ
ການຕັດສິນໃຈຂອງປະທານາທິບໍດີ ໂດໂນລ ທຣັມ ວ່າຈະຮັບຮອງເອົານະຄອນ ເຢລູຊາເລັມ ເປັນເມືອງຫຼວງຂອງອິດສະລາເອວນັ້ນໄດ້ຈູດຊະນວນໃຫ້ຄົນປາເລສໄຕ ອອກມາປະກາດປະທ້ວງ ແລະ ຮຽກຮ້ອງໃຫ້ມີ “ອິນຕີຟາດະ” (ການລຸກຂື້ນຕໍ່ຕ້ານ) ຄັ້ງໃໝ່ຂະນະດຽວກັນປະຊາຊົນກໍ່ຢ້ານວ່າຈະເກີດການນອງເລືອດຂື້ນທົ່ວພູມິພາກ ນອກນັ້ນຍັງມີສຽງທັກທ້ວງຂອງນານາປະເທດເຊັ່ນ ຊາອຸດິອາຣາເບຍ ອີຢິບ ຈໍແດນ ສະຫະພາບເອີຮົບ ຝຣັ່ງ ເຢຍລະມັນ ແລະ ຕຸລາກີ ລວມເຖີງລ່າສຸດ ສົມເດັດພະສັນຕາປາປາ ຟຣານຊິສ ມີຮັບສັ່ງປົກປ້ອງສະຖາເດີມຂອງ ເຢລູຊາເລັມ ເຖີງພະອົງຈະເປັນປະມຸກແຫ່ງຄິສຕະຈັກນິກາຍໂຣມັນກາໂຕລິກ ແຕ່ພະອົງກໍ່ເຄົາລົບໃນສາດສະໜາອື່ນ.
ຝ່າຍອິດສະລາເອວສົ່ງກອງກຳລັງທະຫານຫຼາຍຮ້ອຍກອງ ເຂົ້າປະຈຳການເຂດເວສແບງ ໃນສະຖານະການທີ່ບໍ່ແນ່ນອນຫຼັງການປະກາດຂອງ ທຣັມ.


Post a Comment