ສະຫະລັດ ກຽມສົ່ງທູດພິເສດດ້ານເກົາຫຼີເໜືອຢາມໄທ
ໃນວັນທີ່ 9
ທັນວາ 2017 ສໍານັກຂ່າວຕ່າງປະເທດລາຍງານວ່າ ກະຊວງຕ່າງປະເທດສະຫະລັດ ໄດ້ມີການອອກຖະແຫຼງການເລື່ອງສົ່ງ
ທ່ານ ນາໂຈເຊຟ ຢຸນ ທູດພິເສດດ້ານນະໂຍບາຍເກົາຫຼີເໜືອ ຈະເດີນທາງໄປປະເທດຍີ່ປຸ່ນແລະປະເທດໄທຍ
ລະຫວ່າງວັນທີ່ 11-15 ທັນວາ 2017 ນີ້ ເພື່ອຫາລືກັບເຈົ້າໜ້າລະດັບສູງໃນລັດຖະບານທັງສອງປະເທດ
ເຖິງແນວທາງການຍົກລະດັບມາດຕະຖານການກົດດັນເກົາຫຼີເໜືອ ຫຼັງຈາກທີ່ ຄິມ ຈອງ-ອຶນ ຜູ້ນໍາເກົາຫຼີເໜືອໄດ້ທົດສອບຍິງຂີປະນາວຸດລຸ່ນໃໝ່
ຮວາຊອງ-15 ໄປຕົກໃນນ່ານນໍ້າເຂດເສດຖະກິດພິເສດຂອງທະເລຍີ່ປຸ່ນ ໃນວັນທີ່ 29 ພະຈິດ
ທີ່ຜ່ານມາ
ໃນຖະແຫຼງການຍັງລະບຸອີກວ່າ
ທາງສະຫະລັດຫວັງເປັນຢ່າງຍິ່ງທີ່ຈະໄດ້ຮັບຄວາມຮ່ວມມືໃນການຍົກລະດັບການເປັນພັນທະມິດດ້ານນະໂຍບາຍເກົາຫຼີເໜືອກັບທັງ
2 ປະເທດ ເພື່ອນໍາໄປສູ່ການຢຸດໂຄງການນິວເຄຣຍຂອງ
ຄິມ ຈອງ-ອຶນ
ນອກຈາກນີ້ຍັງມີລາຍງານອີກວ່າ
ທ່ານ ເຈຟຟຣີຍ໌ ເຟລທ໌ແມນ ຮອງເລຂາທິການສະຫະປະຊາຊາດ ດ້ານກິດຈະການການເມືອງ ໄດ້ມີການເດີນທາງໄປເກົາຫຼີເໜືອເປັນເວລາ
4 ວັນຕັ້ງແຕ່ວັນທີ່ 5 ທັນວາ ທີ່ຜ່ານມາ ເຊິງການເດີນທາງຄັ້ງນີ້ຖືວ່າເປັນການເດີນທາງເທືາອທໍາອິດໃນຮອບ
7 ປີ ທີ່ໄປຢາມເກົາຫຼີເໜືອຢ່າງເປັນທາງການຕາມຄໍາເຊີນຂອງລັດຖະບານ
ແຕ່ບໍ່ໄດ້ລະບຸຊັດເຈນວ່າໄດ້ພົບກັບຄິມ ຈອງ-ອຶນຫຼືບໍ



Post a Comment