ຈີນເປີດຕົວເຮືອບິນທີ່ ເດີນທາງໄດ້ທາງນໍ້າແລະບົກ ທີ່ໃຫຍ່ທີ່ສຸດໃນໂລກ ກຽມພ້ອມບິນທ່ຽວທໍາອິດ


ໃນວັນທີ່ 6 ທັນວາ 2017 ສໍານັກຂ່າວຊິນຫົວ ລາຍງານວ່າ ບໍລິສັດອຸດສາຫະກໍາການບິນແຫ່ງປະເທດຈີນ(AVIC) ໄດ້ມີການເປີດຖະແຫຼງຂ່າວເຮືອບິນທີສາມາດລອຍເທິງນໍ້າແລະໄປໃນທາງບົກໄດ້ສະບາຍ ເຊິ່ງເປັນລຸ່ນ (AG600)  ເຊິ່ງເປັນເຮືອບິນທີ່ຖືກພັດທະນາໃນປະເທດຈີນ ເຊິ່ງຄາດວ່າຈະເປັນເຮືອບິນທີ່ ເດີນທາງໄດ້ທາງນໍ້າແລະບົກທີ່ໃຫຍ່ທີ່ສຸດໃນໂລກ ໂດຍພ້ອມບິນທ່ຽວທໍາອິດຫຼັງຈາກ ຜ່ານການປະເມີນຄຸນນະພາບທາງເທັກນິກຢ່າງເປັນທາງການ



ສໍາຫຼັບເຮືອບິນ ເອຈີ600 ມີຄວາມຍາວຂອງລໍາເຮືອບິນ 37 ແມັດ ໄລຍະລະຫວ່າງປາຍີກຂອງສອງຂ້າງ 38,8 ແມັດ ແລະ ນໍ້າໜັກຂະນະທີບິນສູງສຸດ 53,5 ໂຕ່ນ ສາມາດບິນໄດ້ໄກ 4,500 ກໂລແມັດ ເກັບນໍ້າ 12 ໂຕ່ນໃນ 20 ວິນາທີ ແລະສົ່ງນໍ້ປະລິມານສູງເຖິງ 370 ໂຕ່ນ ໂດຍທີ່ໃຊ້ເຊື້ອໄຟພຽງຖັງດຽວ


ບໍລິສັດອຸດສາຫະກໍາການບິນແຫ່ງປະເທດຈີນກ່າວການປະເມີນຄຸນນະພາບຈັດຂື້ນທີ່ເມືອງຈູໄຫ່ ມົນທົນກວາງຕຸ້ງ ທາງພາກໃຕ້ຂອງປະເທດ ໃນຊ່າງທີ່ຜ່ານມາ ສ່ວນພາລະກິດຫຼັກຂອງເຮືອບິນ ເອຈີ 600 ໄດ້ແກ່ ການກູ້ໄພທາງທະເລ ການດັບໄຟປ່າ ການຕິດຕາມແລະປົກປ້ອງສະພາບແວດລ້ອມທາງທະເລ ໃນຊ່ວງຕົ້ນປີທີ່ຜ່ານມາ AVIC ໄດ້ຮັບຄໍາສັ່ງຊື້ເຮືອບິນທີ່ ເດີນທາງໄດ້ທາງນໍ້າແລະບົກ ເອຈີ600 ເປັນຈໍານວນ 17 ລໍາ 

ไม่มีความคิดเห็น