ມີແນວໂນ້ມການເກີດສົງຄາມໂລກຄັ້ງທີ່ 3 ສະຫະລັດແລະພັນທະມິດພ້ອມບຸກເກົາຫຼີເໜືອ


ຫຼັງຈາກທີ່ ຄິມ ຈອງ-ອຶນ ສັ່ງທົດສອບຍິງຂີປະນາວຸດ ຮວາຊອງ-15 ຂຶ້ນຟ້າຈາກໜ້າໂລກສູງ4,500 ກມ ໂຄ້ງຕີວົງຕົກສູ່ທະເລຍີ່ປຸ່ນຖ້າປັບວີຖີໂຄ້ງກໍ່ສາມາດໄປໄກຮອດສະຫະລັດ(ວິທະຍຸຂອງປຽງຢາງບອກ) ຄິມ ຈອງ-ອຶນ ປະກາດຄວາມສໍາເລັດຄັ້ງສໍາຄັນພ້ອມກັບຢໍ້ວ່າກຸງວໍຊີງຕັນກໍ່ສາມາດຖະຫຼົ່ມໄດ້

ແຕ່ແປກທີ່ສະຫະລັດບໍ່ໂຕ້ຕອບແນວໃດ ໂດນັລ ທຣໍ້າ ມິດ ມີແຕ່ຜູ້ແທນຂອງສະຫະລັດ ເອີ້ນປະຊຸມໃຫ້ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດປະຊຸມສຸກເສີນແລະປະນາມເກົາຫຼີເໜືອ ໃນຂະນະດຽວກັນສະຫະລັດກໍ່ຮຽກຮ້ອງໃຫ້ຈີນແລະຣັດເຊຍຕັດຄວາມສໍາພັນກັບເກົາຫຼີເໜືອໂດຍໄວສ່ວນຄໍາຕອບຄື່ ບໍ່

ຫຼັງຈາກໄດ້ຄໍາຕອບຈາກຣັດເຊຍແລະຈີນບໍ່ຮອດ 48 ຊົ່ວໂມງຂ່າວຈາກກະຊວງປ້ອງກັນປະເທດສະຫະລັດ ກໍ່ກະຈາຍຂ່າວໄປທົ່ວໂລກວ່າ ສະຫະລັດແລະເກົາຫຼີໃຕ້ມີການຊ້ອມຮົບຄັ້ງຍິ່ງໃຫຍ່ລະຫວ່າງວັນທີ່ 4-8 ທັນວາ ໂດຍມີການລະດົມເອົາເຮືອຮົບ 230 ລໍາ ແລະເຮືອບິນຖິ້ມລະເບີດ ບີ-ບີວັນ ບັນທຸກນິວເຄຣຍ ແລະຍັງມີກອງເຮືອຈໍານວນຫຼາຍທີສໍາເລັດພາລະກິດການຊ້ອມຮົບໃນເດືອນແລ້ວເກົາຫຼີບອກສະຫະລັດຢາກເກີດສົງຄາມ
ໂດຍສະຫຼຸບແລ້ວການຊ້ອມຮົບທາງອາກາດລະຫວ່າງເກົາຫຼີໃຕ້ແລະສະຫະລັດຄັ້ງໃຫຍ່ຢືນຢັນວ່າ:
1 ສະຫະລັດເວົ້າແທ້ເຮັດແທ້ ກ່ອນໜ້ານີ້ລັດຖະມົຮນຕີສະຫະລັັດ ແລະທີ່ປຶກສາຄວາມໝັ້ນຄົງຂອງທໍານຽບຂາວໄດ້ອອກມາຢືນຢັນຫຼາຍຄັ້ງວ່າແຜນການໂຈມຕີເກົາຫຼີເໜືອຢູ່ເທິງໂຕະແລ້ວຈັບຂື້ນມາໃຊ້ງານທັນທີພາຍໃນ 48 ຊົ່ວໂມງ ເຊິ່ງກໍເປັນຈິງສອດຄ້ອງກັບການຊ້ອມຮົບຄັ້ງນີ້
2 ຫຼັງຈາກໝົດຍຸກສົງຄາມເຢັນຖານທັບທົ່ວໂລກຂອງສະຫະລັດ ມີບັນຫາເຮັດໃຫ້ເຮັດສະຫະລັດຫັນມາສ້າງເຮືອບິນເພື່ອທົດແທນແລະຖືນະໂຍບາຍສໍາຄັນວ່າຈະບໍາໃຫ້ສັດຕູໂຈມຕີອາເມຣິກາກ່ອນຖ້າມີຕ້ອງີບຈັດການ(ຍົກເວັ້ນຣັດເຊຍ-ຈີນແຕ່ກໍາລັງດໍາເນີນວິທີການອື່ນຢູ່)


ແລ້ວສະຫະລັດພ້ອມກັບຊາດພັນທະມິດຈະໂຈມຕີເກົາຫຼີເໜືອເມື່ອໃດ
ຈາກຄໍາຖາມນີ້: ຜູ້ຂຽນໜັງສືສົງຄາມໂລກຄັ້ງທີ່ 3 ໄດ້ໃຫ້ຄໍາຕອບເອົາໄວ້ດັ່ງຕໍ່ໄປນີ້
ລໍຖ້າອີກໜ້ອຍໜຶ່ງກັບເງື່ອນໄຂ 4 ຂໍ້
1 ເກົາຫຼີເໜືອຍິງຂີປະນາວຸດຕົກໃນເຂດໝູ່ເກາະຮາວາຍຫຼືກາຍເຂົ້າມາໃນເຂດຍຸດທະສາດຂອງສະຫະລັດແຖວແປຊີຟິກ
2 ສະຫະລັດ ໝົດກັງວົນຈີນເພາະທຸກຄັ້ງທີ່ເກີດບັນຫາ ວໍຊີງຕັນຈະຕໍ່ສາຍກົງຫຼືເຈົ້າໜ້າທີ່ລະດັບສູງເດີນທາງເຈລະຈາທັນທີ
3 ຢູ່ທີ່ການຕັດສິນໃຈຂອງທຣໍ້າ ບວກກັບຄວາມໝັ້ນຄົງຂອງສະຫະປະຊາຊາດ
4 ເກີດການໂຈມຕີເຮືອບິນຫຼືເຮືອຮົບຂອງຝ່າຍໃດຝ່າຍໜື່ງກ່ອນ

ສະຫຼຸບແນວໂນ້ມ ການເກີດສົງຄາມໂລກຄັ້ງທີ່ 3 ຊົ່ວໂມງນີ້ຕ້ອງບອກວ່າ ສະຫະລັດພ້ອມບຸກເກົາຫຼີເໜືອແຕ່ຖ້າອີກໜ້ອຍໜຶ່ງ ຖ້າສະຖານະການຮຸນແຮງກ່ອນນີ້ກໍສາມາດເກີດສົງຄາມໂລກຄັ້ງໃຫໝ່ໃນພູມພາກນີ້ແນ່ນອນ

ไม่มีความคิดเห็น