ອີຣັກ ປະກາດໄຊຊະນະຄັ້ງຍິ່ງໃຫຍ່ ຫຼັງຈາກຕໍ່ສູ້ຂັບໄລ່ ໄອເອສ ໃຫ້ພົ້ນປະເທດສໍາເລັດ
ໃນວັນທີ 10
ທັນວາ 2017 ສໍານັກຂ່າວຕ່າງປະເທດລາຍງານວ່າ ທ່ານ ໄຮເດີ ອັລອບາດີ ຍາຍົກລັກຖະມົນອີລັກ
ຖະແຫຼງຂ່າວປະກາດໄຊຊະນະເໜືອກອງກໍາລັງລັກອິດສະລາມ(ໄອເອສ)
ຫຼັງຈາກທີ່ຕໍ່ສູ້ກັນມາດົນນານເປັນເວລາ 3 ປີ ກອງກໍາລັງທະຫານຂອງອີຣັກ
ສາມາດຄວບຄຸມພື້ນທີ່ຊາຍແດນຂອງອີຣັກທີ່ຕິດກັບຊີເຣຍໄວ້ໄດ້ແລ້ວ
ດັ່ງນັ້ນຈຶ່ງຂໍປະກາດຢຸດສົງຄາມກັບໄອເອສ
ໂດຍ ທ່ານ ໄຮເດີ ອັລອບາດີ ນາຍົກລັດຖະມົນຕີອີຣກໄດ້ປະກາດວ່າ
“ສັດຕູໄດ້ສັງຫານພົນລະເມືອງຂອງປະເທດເຮົາ
ແຕ່ໃນທີ່ສຸດກອງກໍາລັງທະຫານຂອງເຮົາຄວບຄຸມພົມແດນອີຣັກ-ຊີເຣຍໄດ້ຢ່າງສົມບູນຈົນໄດ້ຮັບໄຊຊະນະມາ
ດັ່ງນັ້ນຂ້ອຍຂໍປະກາດຢຸດສົງຄາມຕ້ານໄອເອສ”
ນາຍທະຫານລະດັບສູງຂອງອີຣັກກ່າວວ່າ
ໄອເອສເຄີຍຢຶດພື້ນທີ່ຂະໜາດໃຫຍ່ທາງພາກເໜືອແລະຕາເວັນຕົກຂອງກຸງແບກແດ ຄວບຄວມໄລຍະທາງ 435
ກມ ໃນປີ2014 ສ້າງຄວາມເສຍຫາຍໃຫ້ກັບປະເທດອີຣັກຢ່າງຫຼວງຫຼາຍ ຈົນ ຢາຕໍລເລາະຫ໌ ອາລີ
ຊິສຕານີ ຜູ້ນໍາຈິດວິນຍານຂອງອີຣັກ ຮຽກຮ້ອງໃຫ້ລະດົມກໍາລັງຄົນ ຕອບໂຕ້ໄອເອສໂດຍການຕັ້ງໜ່ວຍທະຫານ
ຮາເຊດ ອັລຊາອະບີ ຂື້ນມາແລະໄດ້ຮັບການສະໜັບສະໜູນຈາກກອງກໍາລັງປະສົມພັນທະມິດທີ່ນໍາໂດຍສະຫະລັດອາເມຣິກາຕໍ່ສູ້ຢືດຄືນຈາກໄອເອສໄດ້ສໍາເລັດ




Post a Comment