ເລບານອນ ສະເໜີສັນນິບາດອາຫຣັບ ຂວຳ້ບາດສະຫະລັດ
ວັນທີ່ 10 ທັນວາ ສຳນັກຂ່າວຕ່າງປະເທດລາຍງານຈາກກຸງໄຄໂລ ປະເທດອີຍິບ ວ່າລັດຖະມົນຕີຕ່າງປະເທດຂອງ 22 ຊາດສະມາຊິກສັນນິບາດອາຫຣັບປະຊຸມສຸກເສີນຮ່ວມກັນທີ່ກຸງໄຄໂລ ເພື່ອຫາລືສະຖານະການທີ່ເປັນຜົນມາຈາກກໍລະນີປະທານາທິບໍດີ ໂດໂນລ ທຣັມ ຮັບຮອງກຸງເຢລູຊາເລັມ ເປັນເມືອງຫຼວງ ອິດສະລາເອວ ແລະ ກຽມຍ້າຍສະຖານທູດສະຫະລັດໄປຕັ້ງຢູ່ທີ່ນັ້ນແທນ ໂດຍທີ່ປະຊຸມໄດ້ຖະແຫຼງການປະນາມການຕັດສິນໃຈຂອງຜູ້ນຳສະຫະລັດວ່າ ລະເມີດກົດໝາຍລະຫວ່າງປະເທດຢ່າງຮ້າຍແຮງ ແລະ ບໍ່ມີຜົນຜູກພັນທາງກົດໝາຍດ້ວຍປະການໃດ.
ຂະນະທີ່ເລຂາທິການໃຫຍ່ສັນນິບາດອາຫຣັບ ກ່າວຮຽກຮ້ອງໃຫ້ ທຣັມ ທົບທວນການຕັດສິນໃນເລື່ອງນີ້ໂດຍເຕືອນວ່າຄວາມເຄື່ອນໄຫວຂອງລັດຖະບານວໍຊິງຕັນກຳລັງທຳລາຍຄວາມເຊື່ອໝັ້ນທີ່ປະຊາຄົມອາຫຣັບ ມີຕໍ່ສະຫະລັດ ແລະ ຍິ່ງເພີ່ມຄວາມສົງໄສໃຫ້ສັນນິບາດອາຫຣັບກ່ຽວກັບ ຈຸດປະສົງ ແລະ ຄວາມມຸ່ງໝາຍທີ່ແທ້ຈິງ ຂອງສະຫະລັດ ໃນການມີສ່ວນຮ່ວມສ້າງສັນຕິພາບລະຫວ່າງອິດສະລາເອວ ກັບປາເລສຕາຍ.
ດ້ານລັດຖະມົນຕີການຕ່າງປະເທດເລບານອນ ສະເໜີໃຫ້ມີການໃຊ້ມາດຕະການຕໍ່ສະຫະລັດ ເລີ່ມຈາກມາດຕະການທາງການທູດ ຕາມດ້ວຍມາດຕະການທາງການເມືອງ ແລະ ມາດຕະການຂວຳ້ບາດທາງເສດຖະກິດ ເພື່ອເປັນການຕອບໂຕ້ການກະທຳຂອງສະຫະລັດ.



Post a Comment