ເກົາຫຼີເໜືອ ປະນາມ ໂດນັລ ທຣໍ້າ ວ່າເປັນຜູ້ນໍາທີບໍ່ມີຄວາມຮັບຜິດຊອບ ທໍາລາຍສັນພາບ ອັນຕະພານໃນປະຊາຄົມໂລກ
ໃນວັນທີ່ 9 ທັນວາ
2017 ກໍລະນີທາງດ້ານ ກະຊວງຕ່າງປະເທດຂອງເກົາຫຼີເໜືອໄດ້ອອກມາປະນາມ ໂດນັລ ທໜໍ້າ
ຈາກການລົງນາມຮອງຮັບນະຄອນເຢຣູຊາເລັມໃຫ້ເປັນເມືອງຫຼວງຂອງອິສະຣາເອລ
ໂດຍໂຄສົກກະຊວງການຕ່າງປະເທດໄດ້ອອກມາລະບຸວ່າ ການກະທໍາຂອງຜູ້ນໍາສະຫະລັດ
ເປັນການກະທໍາທີ່ຂາກການຄິດເປັນການກະທໍາທີ່ຕໍ່າຊ້າ ເມື່ອພິຈາລະນາແລ້ວເຫັນວ່າ
ເປັນຄົນເຖົ້າທີ່ຫຼົງໆລືມໆມີບັນຫາທາງຈິດ ເປັນການກະທໍາທີ່ບໍ່ມີຄວາມຮັບຜິດຊອບ
ຄວາມເຄື່ອນໄຫວນີ້ສະແດງໃຫ້ເຫັນຊັດເຈນແລ້ວວ່າໃຜຄືຜູ້ທໍາລາຍສັນຕິພາບແລະສະຖຽງລະພາບໂລກແລະໃຜເປັນອັນຕະພານໃນປະຊາຄົມໂລກ
ສະຫະລັດຕ້ອງຮັບຜິດຊອບຜົນທັງໝົກຈາການກະທໍາທີ່ຂາດການຄິດແລະຕໍ່າໆນີ້
ຫຼັງຈາກທີ່ທາງດ້ານ
ໂດນັລ ທຣໍ້າ ໄດ້ປະກາດຮອງຮັບນະຄອນເຢຣູຊາເລັມ ໃຫ້ເປັນເມືອງຫຼວງຂອງອິາະຣາເອລແລະກຽມນ້າຍສະຖານທູດຈາກກຸງເທລອາວີ
ມານະຄອນເຢຣູຊາເລັມ ກໍ່ສ້າງຄວາມບໍ່ພໍໃຈໃຫຊາວປາເລສໄຕແລະກອງທັບຂອງອິສະຣເອລ
ຢ່າງຕໍ່ເນື່ອງເຮດໃຫ້ມີຜູ້ໄດ້ຮັບບາດເຈັບແລະເສຍຊີວິດໄປຈໍານວນໜຶ່ງ
ຂະດຽວກັນກຸ່ມມຸສະລີມຈ່ໍາກທົ່ວໂລກ ໄດ້ມາປະທ້ວງການກະທໍາຂອງສະຫະລັດຢ່າງຕໍ່ເນື່ອງ
ໃນຂະນະດຽວກັນ
ປະທານາທິບໍດີເຣເຊຟ ເຕີຢິບ ເອີຣ໌ໂດກັນຂອງຕຸລະກີແລະປະທານາທິບໍດີ ເອັມມາເອລ ມາຄຣອງ
ຂອງຝັຣງເສດໂດຍຜູ້ນໍາທັງສອງປະເທດເຫັນດີກັນໃນລະຫວ່າງທີ່ລົມໂທລະສັບວ່າ ຄວາມເຄືອນໄຫວດັ່ງກ່າວຂອງສະຫະລັດ
ທີຮອງຮັບນະຄອນ ເຢຣູຊາເລັມ ເປັນເມືອງຫຼວງຂອງ ອິສະລາເອລ ນັ້ນເປັນສິ່ງທີ່ວິຕົກສໍາລັບພູມິພາກນີ້




Post a Comment