ສະຫະລັດຍຶດນະໂຍບາຍ “ອາເມລິກາມາກ່ອນ” ຖອນຕົວມະຕິຜູ້ອົບພະຍົບຍູເອັນ ບອກເງື່ອນໄຂຂັດນະໂຍບາຍ
ເມື່ອວັນທີ່ 2 ທັນວາ ຜ່ານມາຄະນະທູດສະຫະລັດປະຈຳສະຫະປະຊາຊາດ ປະກາດຖອນຕົວອອກຈາກຄຳປະກາດຄວາມຕົກລົງໂລກວ່າດ້ວຍຜູ້ອົບພະຍົບ ຄຳປະກາດທີ່ຜ່ານມະຕິເອກະສັນຈາກ 193 ປະເທດສະມາຊິກທີ່ປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດເມື່ອເດືອນ ກັນຍາ 2016.
ຄຳປະກາດດັ່ງກ່າວນັ້ນມີເງື່ອນໄຂທີ່ບໍ່ສອດຄ່ອງກັບນະໂຍບາຍຜູ້ອົບພະຍົບ ແລະ ຜູ້ລີ້ໄພຂອງສະຫະລັດ ແລະ ບໍ່ສອດຄ້ອງກັບຫຼັກການຜູ້ອົບພະຍົບພາຍໃຕ້ລັດຖະບານ ໂດໂນລ ທຣັມ ເຮັດໃຫ້ ທຣັມ ຕັດສິນໃຈໃຫ້ສະຫະລັດຍຸຕິການມີສ່ວນຮ່ວມກັບຂໍ້ຕົກລົງດັ່ງກ່າວ.


Post a Comment