ໄອເອສ ເຜີຍແຜ່ຄລິບເຜົານັກບິນຊີເຣຍແບບເປັນໆ ລ້າງແຄ້ນທີ່ຖືກໂຈມຕີ


ສໍານັກຂ່າວຕ່ງປະເທດລາຍງານ ວ່າກຸ່ມຕິດອາວຸດ ລັດອິດສະລາມ ເຜີຍແຜ່ຄລິບວີດີໂອທີ່ສະແດງໃຫ້ເຫັນ ພາບການສັງຫານ ທ້າວ ອາຊາມ ອີດ ນັກບິນບິນຂອງຊີເຣຍດ້ວຍການເຜົາແບບເປັນໆ  ໂດຍ ທ້າວ ອາຊາມ ອີດ ຖືກໄອເອສຈັບຕົວໄດ້ໃນ 1 ປີກ່ອນ ຫຼັງຈາກທີ່ເຮືອບິນ ມິກ-2 ຂອງລາວຖືກຍິງ ເຮັດໃຫ້ລາວຕ້ອງດີດຕົວອອກຈາກເຄື່ອງ
ໃນຄລິບຂອງໄອເອສ ທ້າວ ອາຊາມ ອີດ ໃສ່ຊຸດສີສົ້ມ ຄຸກເຂົ່າຢູ່ກັບພື້ນ ໃນຂະນະທີ່ກຸ່ມນັກຮົບໄອເອສຄົນໜຶ່ງດຶງໂສ້ຄ້ອງຄໍຂອງລາວເອົາໄວ້ ຈາກນັ້ນທ້າວ ອາຊາມ ອີດກໍ່ຖືກນໍາຕົວໄປຕິດກັບຕົ້ນໄມ້ ກ່ອນທີ່ນັກຮົບໄອເອສຈະຈູດໄຟໃສາສື້ອຂອງລາວ ເຮັດລາວຖືກເຜົາທັງເປັນ
ທ້າວ ອາຊາມ ອີດ ເປັນນັກບິນຄົນທີ່ 2 ທີ່ຖືກນັກຮົບໄອເອສເຜົາທັງເປັນ ຕໍ່ຈາກນັກບິນຊື່ ທ້າວຈໍແດນ ທີ່ຖືກສັງຫານໃນເດືອນທັນວາປີ 2014 ໂດຍແກນນໍາຂອງກຸ່ມໄອເອສເຜີຍວ່າວິທີການສັງຫານແບບໂຫດນີ້ ເປັນການແກ້ແຄ້ນ ສໍາລັບກາເຮັດໃຫ້ເກີດການໂຈມຕີຂອງເຮືອບິນຮົບຊີເຣຍ



ไม่มีความคิดเห็น