ໂດໂນລ ທຣັມ ສັ່ງລຸຍສົ່ງນັກບີນອາວະກາດໄປດວງຈັນ ແລະ ຈະໄປດາວອັງຄານຕໍ່


ສຳນັກຂ່າວຣອຍເຕີ ລາຍງານວັນທີ່ 11 ທັນວາ ວ່າ ປະທານາທິບໍດີ ໂດໂນລ ທຣັມ ແຫ່ງສະຫະລັດອາເມຣິກາ ປະກາດວ່າ ສະຫະລັດຍັງເປັນຜູ້ນຳດ້ານການສຳຫຼວດອາວະກາດ ແລະ ສະຫະລັດໄດ້ເລີ່ມຂະບວນການເພື່ອສົ່ງຄົນອາເມຣິກາໄປດວງຈັນອີກຄັ້ງ. “ເຮົາເປັນຜູ້ນຳ ແລະ ເຮົາຈະເປັນຜູ້ນຳຕໍ່ໄປ ແລະ ຈະເພີ່ມຂື້ນອີກຫຼາຍເທົ່າ” ທຣັມກ່າວລະຫວ່າງການລົງນາມໃນຄຳສັ່ງ Space Policy Directive 1 ເພື່ອປະຕິບັດການໄປດວງຈັນ ແລະ ດາວອັງຄານຕໍ່ໄປ.

ທຣັມ ຍັງກ່າວອີກວ່າເຖີງເວລານີ້ ສະຫະລັດບໍ່ພຽງແຕ່ປັກທຸງ ແລະ ຮອຍຕີນໄວ້ເທົ່ານັ້ນ ແຕ່ຈະສ້າງຮາກຖານເພື່ອການໄປສູ່ດາວອັງຄານຕໍ່ໄປ ຫຼື ບາງທີອາດຈະໄປໄກກວ່ານັ້ນ.

ไม่มีความคิดเห็น