ປະຫວັດຫຍໍ້ ທ່ານ ໄກສອນ ພົມວິຫານ ນາຍົກລັດຖະມົນຕີຄົນທຳອິດຂອງລາວ


ທ່ານ ໄກສອນ ພົມວິຫານ (ອັງກິດ: H.E. Mr.Kaysone Phomvihane) (13 ທັນວາ ຄ.ສ 1920 - 21 ພະຈິກ ຄ.ສ 1992) ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຜູ້ທຳອິດຕັ້ງແຕ່ 22 ມີນາ 1955 ເກີດເມື່ອວັນທີ່ 13 ທັນວາ 1920 ຢູ່ບ້ານນາເຊັງ ເມືອງຄັນທະບູລີ ປັດຈຸບັນແມ່ນເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຫລັງຈາກສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ຄ.ສ 1975 ໂດຍທີ່ ທ່ານ ສຸພານຸວົງ ເປັນປະທານປະເທດ ແລະ ທ່ານ ໄກສອນ ພົມວິຫານ ເປັນ ນາຍົກລັດຖະມົນຕີຜູ້ທຳອິດ ແລະ ຕໍ່ມາ ທ່ານ ໄກສອນ ພົມວິຫານ ໄດ້ເປັນປະທານປະເທດຈົນເສຍຊີວິດ ເມື່ອວັນທີ່ 21 ພະຈິກ ຄ.ສ 1992.


ຂໍ້ມູນ: wikipedia.org

ไม่มีความคิดเห็น