ສະເທືອນໃຈ!! ແມ່ຖອຍລົດບໍ່ທັນເຫັນລູກນ້ອຍ ອາຍຸ 1 ປີ ຖອຍທັບຕາຍ
ວັນທີ່ 5 ມັງກອນຜ່ານມາ ເດລີ່ເມວລາຍງານວ່າເກີດເຫດສະຫຼົດໃຈເມື່ອແມ່ຄົນໜຶ່ງໃນລັດ ລຸຍເຊຍນ່າ ສະຫະລັດອາເມຣິກາ ກຳລັງຖອຍລົດຢູ່ແຖວໜ້າບ້ານບໍ່ທັນສັງເກດເຫັນລູກນ້ອຍອາຍຸ 1 ປີ ເຮັດໃຫ້ຖອຍທັບ ໂດຍຫຼັງເກີດເຫດເດັກນ້ອຍຖືກພາໄປໂຮງໝໍ ແລະ ແພດບອກວ່າເດັກເສຍຊີວິດແລ້ວ ເຊີ່ງຕຳຫຼວດເຊື່ອວ່າເດັກນ້ອຍຍ່າງນຳແມ່ອອກມາດ້ວຍຄວາມບໍ່ຮູ້ ແລະ ແມ່ກໍ່ບໍ່ທັນສັງເກດວ່າລູກຍ່າງນຳ. ເຫດການນີ້ບໍ່ມີການຟ້ອງຄະດີໃດໆກັບແມ່ເດັກນ້ອຍ ເພາະບໍ່ມີເຫດທີ່ສົງໄສ ແລະ ເຫດການນີ້ຖືເປັນເຫດສະເທືອນໃຈສຳລັບຊຸມຊົນ ແລະ ຄອບຄົວນີ້ຫຼາຍ.

Post a Comment