ສານຮາໂນ່ຍ ສອບສວນຈໍາເລີຍ ການຄໍຣັບຊັ່ນຄັ້ງໃຫຍ່ປີໂຕຣຫວຽດນາມ


ສານປະຊາຊົນຫວຽດນາມໃນກງຮາໂນ່ຍສອບສວນຈໍາເລີຍ 22 ຄົນ ໃນຄະດີຄໍຣັບຊັ່ນພາຍໃນ ປີໂຕຣຫວຽດນາມ ລັດວິສະຫະກິດດ້ານພະລັງງານຂອງປະເທດຫວຽດນາມ
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງຮາໂນ່ຍ ປະເທດຫວຽດນາມ ໃນວັນທີ່ 8 ມັງກອນວ່າສານປະຊາຊົນໃນກຸງຮາໂນ່ຍເປີດການສອບສວນຄັ້ງທໍາອິດຕໍ່ຈໍາເລີຍທັງ 22 ຄົນ ໃນຄະດີຄໍຣັບຊັ່ນພາຍໃນບໍລິສັດປີໂຕຣຫວຽດນາມ(ພີວີຊີ) ເຊິ່ງເປັນບໍລິສັດໃນເຄືອຂອງປີໂຕຣຫວຽດນາມ ລັດວິສະຫະກິດດ້ານພະລັງງານຂອງປະເທດ ໂດຍຈໍເລີຍຄົນສໍາຄັນລວມເຖິງ ສະຫາຍ ຫຼ່າ ຖັ່ງ ອາຍຸ 57 ປີ ອາດີດສະມາຊິກຄະນະກໍາມະການກົມການເມືອງ ເຊິ່ງທັງອາດີດປະທານຂອງພີວີຊີອີກດ້ວຍ ແລະເປັນອາດີດສະມາຊິກໂປລິຕບູໂຣຄົນທໍາອິດຂອງຫວຽດນາມທີ່ຖືກດໍາເນີນຄະດີຄໍຣັບຊັ່ນ ເຊິ່ງຖ້າຫາກສານພິພາກສານວ່າມີຄວາມຈິງຜິດ ສະຫາຍຖັງອາດຕ້ອງຮັບໂທດຈໍາຄຸກສູງສຸດເປັນເວລາ 20 ປີ ໂທດຖານໃຊ້ອໍານາດບໍ່ຖືກຕ້ອງແລະສໍ້ໂກງເງິນ ສ້າງຄວາມເສຍຫາຍໃຫ້ແກ່ລັດຖະບານ 5.5 ລ້ານໂດລ່າສະຫະລັດ

ສ່ວນຄະນະຈໍາເລີຍຄົນສໍາຄັນອີກຄົນໜື່ງຄື ສະຫາຍ ສວນ ຖັ່ນ ອາຍຸ 51 ປີ ອາດີດຜູ້ບໍລິຫານລະດັບສູງຫຼາຍຄົນຂອງພີວີຊີ ຖືກດໍາເນີນຄະດີໃນຂໍ້ຫາສໍ້ໂກງເງິນ 186,000 ໂດລ່າສະຫະລັດ ຈາກໂຮງງານໂມອີເລັກທິຣກແຫ່ງໜື່ງໃນຂອງພີວີຊີ ເນື່ອງຈາການສໍ້ງໂກງເງິນຈາກໜ່ວຍງານລັດຄືຄວາມຜິດຮ້າຍແຮງຕາມກົດໝາຍຂອງຫວຽດນາມແລະຜູ້ກະທໍາຜິດອາດຈະຕ້ອງຮັບໂທດເຖິງຂັ້ນປະະຫານຊີວິດ ໂດຍອາດີດປະທານາທິບໍດີປີໂຕຣຫວຽດນາມອີກຄົນໜຶ່ງຮັບໂທດປະຫານຊີວິດໄປແລ້ວ ໃນການພິພາກສາຄັ້ງສໍາຄັນໃນເດືອນກັນຍາ 2017 ທີ່ຜ່ານມາ ດ້ານຈໍາເລີຍອີກ 20 ຄົນລ້ວນແຕ່ເປັນອາດີດເຈົ້າໜ້າທີ່ຂງພີວີຊີແລະນັກໂທດການເມືອງລະດັບສູງທັງໝົດ

ປັດຈຸບັນພັກຄອມມິວນິສຫວຽດນາມພາຍໃຕ້ການນໍາຂອງ ທ່ານຫວຽນ ຟູ ຈອງ ເລຂາທິການກາງ ແລະລັດຖະບານຮາໂນ່ຍພາຍໃຕ້ການນໍາຂອງປະທານາທິບໍດີດີເຈີ່ນ ໄດ ກວາງ ແລະນາຍົກລັດຖະມົນຕີ ຫວຽນຊວນ ຟຸກ ໃຊ້ມາດຕະການຂັ້ນເດັດຂາດ ກວດລ້າງເຄືອຂ່າຍການຄໍຣັບຊັ່ນ ໃນປີໂຕຣຫວຽດນາມແລະພາກການທະນາຄານຂອງຫວຽດນາມຢ່າງໜັກ ນັບແຕ່ມາບໍລິຫານປະເທດໃນຕົ້ນປີ 2016 ດ້ານນັກວິເຄາະເຊື່ອວ່າບົດລົງໂທດນີ້ຕໍຄື ຄໍາຂູູ່ຄັ້ງສໍາຄັນ ຕໍ່ຜູ້ຕ້ອງຫານີ້



ไม่มีความคิดเห็น