ໄອເອສ໌ ໃນອີຢິບ ເຜີຍແຜ່ຄລິບຍິງຫົວນັກໂທດ ປະກາດ ໂຈມຕີ ”ຮາມາສ”
ສໍານັກຂ່າວຕ່າງປະເທດລາຍງານ ໃນອາທິດທີ່ຜ່ານມາກຸ່ມຕີໍິດອາວຸດໃນແຫຼມໄຊນາຍ ເຊິ່ງເປັນສາຂາຂອງລັດອິດສະລາມ(ໄອເອສ໌) ເຜີຍແຜ່ຄລິບວີດີໂອສະແດງການປະຫານຊີວິດໜື່ງໃນສະມາຊິກຂອງຕົວເອງທີ່ຖືກລະບຸຊື່ວ່າ ມູຊາ ອາບູ ຊາມັດ ທີຖືກກ່າວຫາວ່າລັກຂົນອາວຸດໃຫ້ກຸ່ມ ຮາມາສ ຂອງປາເລສໂຕນ໌ ພ້ອມທັງຮຽກຮ້ອງໃຫ້ແນວຮ່ວມ ຊ່ວຍກັນໂຈມຕີກຸ່ມຮາມາສທີ່ຫຼາຍຝ່າຍເຄີຍຄິດວ່າເປັນພັນທະມິດກັບກຸມໄອເອສອີຢິບອີກດ້ວຍ
ຄລິບວີດີໂອຄວາມຍາວ
22 ນາທີ ເຊິງເຜີຍແຜ່ 3 ມັງກອນ ສະແດງພາບນັກຮົບໄອເອສຢືນລຽນແຖວກັນ
ໂດຍມີນັກໂທດໃສ່ຊຸດສີເຫຼືອງນັ່ງຄຸກເຂົ່າຢູ່ເບື້ອງໜ້າ ກ່ອນທີ່ ທ້າວ ອາບູ ຄາເຊມ
ອັລ-ມັກດິຊີ ໂຄສົກຂອງໄອເອສ໌ຈະກ່າວຫາກຸ່ມຮາມາສວ່າ ໃຊ້ພວກເຂົາໃນການລັກລອບຂົນອາວຸດເພື່ອເສີມກໍາລັງໃຫ້ຕົວເອງ
ຕໍ່ສູ້ກັບຜູ້ສະໜັບສະໜູນໄອເອສໃນກາຊາແລະໄຊນາຍລວມທັງຂັດຂວາງການຍ້າຍຖິ່ນຂອງຜູ້ສະໜັບສະໜູນເຫຼົ່ານີ້ຈາກກາຊາໄປໄຊນາຍ
ອັລ-ມັກດີຊີ
ຍັງຮຽກຮ້ອງໃຫ້ຜູ້ທີ່ຊົມຄລິບວີດີໂອນີ້ ກໍ່ການໂຈມຕີສໍານັກງານຄວາມໝັ້ນຄົງແລະສໍານັກງານສານ
ຂອງນາມາສໃນກາຊາອີກດ້ວຍ ເນື່ອງຈາກເປັນເສົາຫຼັກຂອງທໍຣະຣາດກຸ່ມນີ້ ລາວຍັງກ່າວທດຮາມາສວ່າລົ້ມເຫຼວໃນການຢັບຢັ້ງການຕັດສິນໃຈອງປະທານາທິບໍດີ
ໂດນັລ ທຣໍ້າ ເຊິ່ງປະກາດຮອງຮັບເຢຣູຊາເລັມເປັນເມືອງຫຼວງຂອງອິສຣາເອລດ້ວຍ.

Post a Comment