ອຸປະຕິເຫດຄັ້ງໃຫຍ່ ເຮືອບັນທຸກນໍ້າມັນອີຫຼ່ານ ຕໍາ ກັບເຮືອບັນທຸກສິນຄ້າຈີນ ໄຟໃໝ້ຕໍ່ເນື່ອງສອງວັນ ລູກເຮືອສູນຫາຍ 32 ຄົນ(ມີຄລິບ)


ສໍານັກຂ່າວຕ່າງປະເທດລາຍງານໃນວັນທີ່ 7 ມັງກອນ 2018 ກໍລະນີເກີດເຫດເຮືອຊານຈີນຊິ່ງເປັນເຮືອບັນທຸກນໍ້າມັນຂອງອີຫຼ່ານ ໄດ້ປະສົບອຸປະຕິເຫດກັບເຮືອສິນຄ້າ ຊີເອຟ ຄິຣສຕັລ ໃນເວລາປະມານ 20:00 ນາທີ ຂອງວັນເສົາ ໃນທະເລຈີນຕະເວັນອອກ

ອຸປະຕິເຫດດັ່ງກ່າວນັ້ນເຮັດໃຫ້ລູກເຮືອຊານຈີນັ້ນສູນຫາຍຈໍານວນ 32 ຄົນ ໂດຍເປັນຊາວອີຫຼ່ານ 30 ຄົນແລະ ຊາວບັງກະລາເທດອີກ 2 ຄົນ ຂະນະທີ່ເຮືອຊີເອຟ ມີລູກເຮືອຊາວຈີນ 21 ຄົນ ໄດ້ຮັບການຊ່ວຍເຫຼືອປອດໄພໝົດທຸກຄົນ

ຫຼັງຈາກເກີດເຫດລະຫວ່າງເຮືອສອງລໍາ ເຮັດໃຫ້ເຮືອຊານຈີ ເກີດໄຟໃໝ້່າງຕໍ່ເນື່ອງໝົດມື້ຂອງວັນອາທິດທີ່ຜ່ານມາ ແລະເກີດນໍ້ມັນຮົ່ວໄຫຼລົງທະເລ ໃນຂະນະດຽວກັນເຈົ້າໜ້າທີ່ຂອງຈີນ ຕ່ໍ້ອງເລັ່ງຈັດການກັບນໍ້າມັນທີ່ຮົ່ວໄລລົງທະເລ ເພື່ອບໍາໃຫ້ສົ່ງຜົນກະທົບຕໍ່ລະບົບນິເວດຕໍໍ່ໄປ


ທາງໜ່ວຍງານທາງທະເລຂອງຈີນສົ່ງເຮືອ 8 ລໍາປະຕິບັດພາລະກິດສະໜັບສະໜູນແລະກູ້ໄພ ໂດຍເຮືອ 3 ລໍາໃນຈໍານວນນີ້ຈັັດການບັນຫານໍ້າມັນຮົ່ວໄຫຼ ຂະນະທີເກົາຫຼີໃຕ້ສົ່ງເຮືອຈາກໜ່ວຍງານຍາມຝັ່ງແລະເຮລິຄອບເຕີ 1 ລໍາຊ່ວຍເຫຼືອ ພາຍຫຼັງປະສານງານກັບສູນຄົ້ນຄວ້າແລະກູ້ໄພທາງທະເລຂອງຈີນ ເຈົ້າໜ້າທີ່ໜ່ວຍງານຂອງເກົາຫຼີໃຕ້ຢືນຢັນວ່າ ເຮືອຊານຈີຍັງເກີດມີໄຟລຸກໃໝ້ຢ່າງຮຸນແຮງ

ເຮືອຊານຈີບັນທຸກນໍ້າມັນິບອັລຕຣາລຕ໌ 136.000 ໂຕ່ນ ມູນຄ່າ 60 ລ້ານໂດ່ລ່າສະຫະລັດ ສ່ວນເຮືອຊີເອຟ ຄຣິສຕັລຂອງບໍລິສັດໃນມົນທົນເຈີຈຽງຂອງຈີນ ກໍາລັງຂົນແນວພັນພືດໜັກ 64.000 ໂຕ່ນຈາກອາເມຣິກາໄປມັນທົນກວາງຕຸ້ງ 

ไม่มีความคิดเห็น