ທຣັມ ຕອບໂຕ້ຂໍ້ຫາບໍ່ເໝາະສົມເປັນປະທານາທິບໍດີ ແຖມບອກຕົນເອງຄືອັດສະລິຍະ


ສຳນັກຂ່າວລອຍເຕີ ແລະ ເອພີ ລາຍງານວັນທີ່ 6 ມັງກອນ ວ່າປະທານາທິບໍດີ ໂດໂນລ ທຣັມ ອອຫມາປະຕິເສດຂໍ້ກ່າວຫາຂອງ ໄມເຄີ ວູຟ ທີ່ຂຽນໃສ່ໜັງສືວ່າ ທຣັມ ມີສະພາບຈິດບໍ່ເໝາະສົມທີ່ຈະເປັນປະທານາທິບໍດີ ໂດຍ ທຣັມ ອອກມາຕອບໂຕ້ວ່າ ຈາກການປະສົບຜົນສຳເລັດທາງທຸລະກິດ ແລະ ໄຊຊະນະທີ່ໄດ້ຮັບໃນການເລືອກຕັ້ງປະທານາທິບໍດີນັ້ນສະແດງໃຫ້ເຫັນຢ່າງຊັດເຈນວ່າ ຕົນເອງເປັນຄົນອັດສະລິຍະສໍ່າໃດ.

ไม่มีความคิดเห็น