ກອງທັບມຽນມາຍອມຮັບຄັ້ງທຳອິດ ທະຫານຮ່ວມມືຊາວບ້ານຂ້າລ້າງແຄ້ນໂລຫິງຢາ 10 ສົບ


ກອງທັບມຽນມາຍອມຮັບຄັ້ງທຳອິດວ່າທະຫານໃນສັງກັດກ່ຽວຂ້ອງກັບການສັງຫານຄົນມຸດສະລິມໂລຫິງຢາ ໃນເຫດຄວາມຮຸນແຮງທີ່ເກີດຂື້ນໃນລັດຍະໄຂ່ ຕັ້ງແຕ່ປາຍເດືອນ ສິງຫາ ປີ 2017 ເຮັດໃຫ້ຄົນໂລຫິງຢາຕ້ອງອົບພະຍົບໄປບັງກະລາເທດກວ່າ 655.000 ຄົນ.

ການຍອມຮັບໃນເລື່ອງນີ້ບັນຈຸຢູ່ໃນຜົນການສອບສວນທີ່ພົບວ່າ ເຈົ້າໜ້າທີ່ດ້ານຄວາມໝັ້ນຄົງ 4 ຄົນກ່ຽວຂ້ອງກັບການສັງຫານບຸກຄົນ 10 ຄົນໃນໝູ່ບ້ານອິນດີນ ເມື່ອວັນທີ່ 2 ກັນຍາ 2017. ການສອບສວນອ້າງວ່າເຈົ້າໜ້າທີ່ຊ່ວຍເຫຼືອຊາວບ້ານທີ່ຕ້ອງການລ້າງແຄ້ນຜູ້ກໍ່ການຮ້າຍ “ເບງກາລີ” ຄຳທີ່ທາງການມຽນມາໃຊ້ເອີ້ນຄົນ ໂລຫິງຢາ. “ເປັນຄວາມຈິງທີ່ວ່າ ຊາວບ້ານ ແລະ ເຈົ້າໜ້າທີ່ຄວາມໝັ້ນຄົງຕ່າງຍອມຮັບວ່າ ສັງຫານຜູ້ກໍ່ການຮ້າຍເບງກາລີໄປ 10 ຄົນກອງທັບຈະສັ່ງຟ້ອງຜູ້ຕ້ອງຮັບຜິດຊອບຕໍ່ການສັງຫານທີ່ລະເມີດກົດໝາຍ”. ລາຍງານລະບຸ.

ไม่มีความคิดเห็น