ແຊສະໜັ່ນ!! ເດັກນ້ອຍຍ່າງຝ່າໜາວ 4,5 ກມ ໄປໂຮງຮຽນຈົນນຳ້ກ້ອນເກາະເຕັມຫົວ ເຜີຍຄະແນນ 99 ເຕັມ100
ເປັບເລື່ອງທີ່ແຊກັນຢ່າງແຜ່ຫຼາຍໃນຈີນ ເມື່ອເດັກນ້ອຍອາຍຸ 9 ປີ ໃນສະພາບທີ່ມີນຳ້ກ້ອນເກາະເຕັມຫົວ ຄິ້ວ ແລະ ຂົນຕາ ຈົນໄດ້ຮັບສາຍາວ່າ ໄອສຊີ່ບອຍ (icy boy) ຫຼື ເດັກນຳ້ກ້ອນ. ເລື່ອງຂອງເດັກຄົນນີ້ເກີດຂື້ນທີ່ ໂຮງຮຽນປະຖົມໃນເຂດຫຼູດ່ຽນ ເມືອງຈ້າວຕົງ ມົນທົນຍູນນານ ໂດຍເດັກຄົນນີ້ຕ້ອງຍ່າງຈາກບ້ານມາເສັງທີ່ໂຮງຮຽນດ້ວຍໄລຍະທາງກວ່າ 4,5 ກິໂລແມັດ ຝ່າອາກາດໜາວຈັດເຖີງ - 9 ອົງສາ.
“ການໄປໂຮງຮຽນມັນໜາວຫຼາຍ ແຕ່ກະບໍ່ໄດ້ຍາກເກີນໄປ” ເດັກຊາຍກ່າວ





Post a Comment