ສະຫຼົດ!! ຂົວກຳລັງກໍ່ສ້າງຖະຫຼົ່ມລົງ ຄົນງານຕາຍກວ່າ 10 ຄົນ (ມີຄລິບ)


ວັນທີ່ 16 ມັງກອນ ເອເອຟພີລາຍງານວ່າ ຂົວທີ່ກຳລັງກໍ່ສ້າງຖະຫຼົ່ມລົງກາງພູເຂົາທີ່ເມືອງຊິຣາຄາຣາ ປະເທດໂຄລົມເບຍ ເຮັດໃຫ້ຄົນງານຕົກລົງໄປເສຍຊີວິດຄາທີ່ 9 ຄົນ ແລະ ເສຍຊີວິດອີກເປັນຄົນທີ່ 10 ໃນຈຳນວນຜູ້ໄດ້ຮັບບາດເຈັບອີກ 5 ຄົນ. ຂົວດັ່ງກ່າວມີຄວາມຢາວທັງໝົດ 450 ແມັດ ຍັງບໍ່ທັນເປີດໃຫ້ໃຊ້ກໍ່ຖະຫຼົ່ມລົງກ່ອນ ສ່ວນສາເຫດເຈົ້າໜ້າທີ່ກຳລັງເລັ່ງຄົ້ນຫາ.



ไม่มีความคิดเห็น