ຜົວເມຍໂລກຈິດ! ຈັບລູກ 13 ຄົນ ລ່າມໂສ້-ລ໊ອກກະແຈຂັງໄວ້ໃນເຮືອນບໍ່ໃຫ້ກິນອາຫານ


ໃນວັນທີ່ 16 ມັງກອນ 2018 ເວັບໄຊມິເຣີ ສື່ອອນໄລນ໌ຂອງປະເທດອັງກິດລາຍງານວ່າ ເຈົ້າໜ້າທີ່ຕໍາຫຼວດບຸກຈັບທ້າວ ອັລເລນ ທູຣພິນ ອາຍຸ 57 ປີແລະນາງ ຫຼຸຍ ແອນນາ ທູຣພິນ ອາຍຸ 49 ປີ ສອງຜົວເມຍຊາວອາເມຣິກາ ເພື່ອດໍາເນີນຄະດີໃນຄວາມຜິດຫຼາຍຂໍ້ຫາ ຫຼັງຈາກທັງຄູ່ໄດ້ຈັບລູກທັງ 13 ຄົນ ລ່າມໂສ້ໄວ້ກັບຕຽງທີ່ສົກກະປົກໃນເຮືອນ ມືດ ສົ່ງກິ່ນເໝັ້ນ ແລະລ໊ອກກະແຈຂັງໄວ້ໃນເຮືອນ ທີ່ເມືອງເພີຣິສ ທາງພາກໃຕ້ຂອງແຄລິຟໍຣ໌ເນຍ

ໂດຍເຈົ້າໜ້າທີ່ຕໍາຫຼວດໄດ້ຮັບສາຍຈາກຈາກລູູກສາວອາຍຸ 17 ປີ ຂອງຄູ່ຜົວເມຍນີ້ ໄດ້ໜີອອກຈາກເຮືອນກ່ອນທີ່ຈະຮີບໂທລະສັບ ແຈ້ງຕໍາຫຼວດວ່າມີອ້າຍເອື້ອຍນ້ອງຂອງຕົນເອງອີກ 12 ຄົນ ຖືກຂັງໄວ້ໃນເຮືອນຫຼັງນີ້ ຫຼັງຈາກນັ້ນເຈົ້າໜ້າທີ່ຕໍາຫຼວດຈື່ງເຂົ້າກວດສວບແລະຈັບກຸມແລະໄດ້ພົເຫັນສະພາບທີ່ສຸດສະເທືອນໃຈ ເມືອເຫັນຮ່າງກາຍຂອງທຸກຄົນຊຸດໂຊທແລະຈ່ອຍຜອມ ຢູ່ພາຍໃນຫ້ອງທີ່ມືດ

ເຈົ້າໜ້າທີ່ກວດສວບພົບວ່າມີເຫຍື່ອອາຍຸຕັ້ງແຕ່ 2-29ປີ ແຕ່ລະຄົນູ່ໃນສະພາບຫິວໂຫຍແລະຂາດສານອາຫານເນື່ອງຈາກຖືກລ່າມໂສ້ແລະບັງຄັບບໍ່ໃຫ້ກິນເຂົ້າ ະນະທີ່ເຈົ້າໜ້າທີ່ໄດ້ສືບສວນຄ່ຜົວເມຍໂລກຈິດນີ້ແຕ່ກໍຍັງບໍ່ສາມາດໃຫ້ເຫດຜົນໄດ້ວ່າເປນຫຍັງຈື່ງລ່າມໂສ້ລູກ ຈື່ງນໍາຕົວໄປສວບປາກຄໍາອີກຄັ້ງ
ຕອນແຕ່ງງານໃໝ່ທີມີລູກໆເປັນພະຍານ
ຫຼັງຈາກນັ້ນເຈົ້າໜ້າທີ່ຕໍາຫຼວດຈື່ງນໍາພີ່ນ້ອງທັງ 13 ຄົນສົ່ງໂຮງງໝໍແລະກວດສຸຂະພາບຮ່າງກາຍທີໂຮງໝໍກ່ອນທີ່ຈະຊອກອາຫານແລະນໍ້າມາໃຫ້ກິນຊິ່ງພວກເຂົາຢູໃນສະພາບທີ່ຫິວໂຫຍຫຼາຍ


ไม่มีความคิดเห็น