ພໍ່ໃຊ້ສັນຊາດຕະຍານຈ້າງຍົນຕາມຫາລູກ ທີ່ຫາຍໂຕໄປກວ່າ 30 ຊົ່ວໂມງ ພົບເກີດອຸປະຕິເຫດຕິດຄາລົດ-ອາການໜັກ
ເຫດການເກີດຂື້ນຫຼັງຊາຍໄວລຸ່ນ ອາຍຸ 17 ປີ ຂັບລົດແລ້ວເກີດອຸປະຕິເຫດໃນວັນທີ່ 14 ມັງກອນ ແລະ ຕິດຄາຊາກລົດກວ່າ 30 ຊົ່ວໂມງອາການສາຫັດ ແລະ ບໍ່ມີໃຜຮູ້ ແຕ່ພໍ່ຂອງລາວຢ້ານວ່າຈະເກີດເລື່ອງບໍ່ດີກັບລູກເພາະເດີນທາງໄປເຮືອນໝູ່ແຕ່ໄປບໍ່ຮອດຈຶ່ງແຈ້ງຕຳຫຼວດຄົ້ນຫາ. ດ້ວຍສັນຊາດຕະຍານພໍ່ຄິດຂື້ນໄດ້ວ່າຢ້ານລູກເປັນຄືຂ່າວທີ່ມີຄົນເກີດອຸປະຕິເຫດແລ້ວຕິດໃນຊາກລົດກວ່າ 5 ມື້ຈົນເສຍຊີວິດ ຈຶ່ງຕັດສິນໃຈຈ້າງຍົນເຮລິຄັອບເຕີອອກຄົ້ນຫາ.
ຫຼັງການຄົ້ນຫາພຽງ 10 ກວ່ານາທີກໍ່ພົບລູກຊາຍທີ່ຕິດຄາຊາກລົດທີ່ເກີອຸປະຕິເຫດເຊີ່ງຈຸດທີ່ພົບແມ່ນຫ່າງຈາກທາງໃຫຍ່ປະມານ 20 ແມັດ ແລະ ຫ່າງຈາກນະຄອນຊິດນີ່ກວ່າ 100 ກິໂລແມັດ ເມື່ອເຈົ້າໜ້າທີ່ໄປຮອດກໍ່ຕ້ອງໃຊ້ເວລາກວ່າ 1 ຊົ່ວໂມງໃນການນຳໂຕຄົນເຈັບອອກມາແລ້ວນຳສົ່ງໂຮງໝໍທັນທີ ພົບວ່າກະດູກແຕກຫຼາຍຈຸດ ແລະ ຍັງຢູ່ໃນອາການໜັກ.
ທາງຕຳຫຼວດບອກວ່າຊາຍຄົນນີ້ໂຊກດີຫຼາຍທີ່ຍັງມີຊີວິດຢູ່ ແລະ ໂຊກດີທີ່ຄົ້ນພົບໂຕໄດ້ໄວ.



Post a Comment