ລາວກຽມສະເໜີທົ່ງໄຫຫີນຊຽງຂວາງ ເປັນມໍລະດົກໂລກແຫ່ງທີ່ 3 ຂອງປະເທດ
ກົມມໍລະດົກ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເຮັດເອກະສານສະເໜີທົ່ງໄຫຫີນຊຽງຂວາງ ເປັນມໍລະດົກໂລກແຫ່ງທີ່ 3 ຂອງປະເທດທັດຈາກ ເມືອງຫຼວງພະບາງ ແລະ ຜາສາດຫີນວັດພູຈຳປາສັກ.
ການນຳສະເໜີຈະສະເໜີເຂົ້າໃນການປະຊຸມຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ ໃນວັນທີ່ 17 ມັງກອນ 2018 ນີ້ທີ່ນະຄອນຫຼວງວຽງຈັນ ເພື່ອລົງມະຕິຮັບຮອງແລ້ວສະເໜີຕໍ່ນາຍົກລັດຖະມົນຕີລົງນາມຢ່າງເປັນທາງການ ໃນນາມລັດຖະບານ ສ ປ ປ ລາວ ກ່ອນສົ່ງໄປທີ່ຄະນະກຳມະການມໍລະດົກໂລກ ອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ທີ່ກຸງປາຣິສ ປະເທດຝຣັ່ງ ທ້າຍເດືອນ ມັງກອນນີ້.





Post a Comment