ຄວາມຮັກຈາກແມ່! ແມ່ຕູ້ອາຍຸ 78 ປີ ຄິດຮອດລູກສາວຍ່າງເພື່ອຂື້ນລົດເມໄປຫາຢາມລູກສາວ ໄລຍະທາງ 40 ກິໂລແມັດ(ມີຄລິບ)


ຄວາມຮັກຈາກແມ່ນັ້ນຍິ່ງໃຫຍ່ຈົນຊອກຫາສິ່ງໃດມາປຽບທຽບບໍ່ໄດ້ ສໍານັກຂ່າງຊິນຫົວໄດ້ນໍາສະເໜີຂ່າວວ່າໃນເດືອນທັນວາຂອງປີທີ່ຜ່ານມາ ຂະນະທີ່ຕໍາຫຼວດຈາລະຈອນໃນທາງດ່ວຍສາຍໜືງໃນເມືອງກຸ້ຍໂຈກໍາລັງເດີນທາງກວດກາຄວາມຮຽບຮ້ອຍ ກໍພົບແມ່ຕູ້ຄົນໜື່ງອາຍຸ 78 ປີ ທີ່ກໍາລັງຍ່າງຢູ່ທາງພຽງຄົນດຽວ
ຄລິບ:


ເມື່ອຕໍາຫຼວດສວບຖາມຈື່ງຮູ້ວ່າແມ່ຕູ້ຄົນເດີນທາງມາຈາກໝ່ບ້ານທີ່ໄກອອກໄປ 40 ກິໂລແມັດ ແລະອອກເດີນທາງມາຕັ້ງແຕ່ມື້ວານນີ້ເພື່ອມາຂື້ນເມທີ່ຄິວລົດເມ ໂດຍຈຸດໝາຍປາຍທາງຄືເມືອງເວີນໂຈທີ່ລູກສາວຂອງແມ່ຕູ້ຢູ່ ເຈົ້າໜ້າທີ່ຕໍາຫຼວດຈື່ງຊ່ວຍພາແມ່ຕູ້ຂື້ນລົດ ແລ້ວພາໄປສົ່ງທີ່ຄິວລົດ ຈັດການຊ່ວຊື້ປີ້ລົດໃຫ້ພ້ອມກັບຊອກຫາເຂົ້າແລະນໍ້າໃຫ້ແມ່ຕູ້ກິອີກດ້ວຍ


ຫຼັງຈາກທີ່ແມ່ຕູ້ເຫັນຕໍາຫຼວດຄົນໜື່ງຊື້ເຂົ້າມາຫຼາຍເກີນໄປ ຈື່ງບອກວ່າຕົນເອງກິນບໍ່ໝົົດຫດອກ ແລະຈະສົ່ງຄືນຕໍາຫຼວດແຕ່ຕໍາຫຼວດຄົນບອກວ່າເອົາເພື່ອຕອນແມ້ຕູ້ຫິວຈື່ງມີອນກິນ ຖືວ່າເປັນເຫດການທີ່ຊາວເນັດທັງສົງສານແລະຊຶ້ງໃນນໍ້າໃຈຂອງຕໍາຫຼວດໃນເວລາດຽວກັນ




ไม่มีความคิดเห็น