ສອງຍັກໃຫຍ່ ຈີນ-ຣັດເຊຍ ຮ່ວມມືກັນແກ້ໄຂບັນຫາໃນແຫຼມເກົາຫຼີ
ສໍານັກຂ່າວຕ່າງປະເທດລາຍງານວ່າໃນວັນທີ່
15 ມັງກອນ 2018 ທີ່ຜ່ານມາ ທ່ານ ເຊີເກຍ໌ ລາຟຣໍຟ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງຣັດດເຊຍໄດ້ກ່າວວ່າ
ຣັດເຊຍແລະຈີນກໍາລັງເຮັດວຽກຮ່ວມກັນຢ່າງໃກ້ຊິດໃນປະເດັນສໍາຄັນທັງລະດັບຕ່າງປະເທດແລະລະຫວ່າງປະເທດ
ໂດຍທັງສອງປະເທດກໍາລັງເຮັດວຽກຮ່ວກັນຢ່າງແຂ່ງຂັນໃນໂຄງການທີ່ເລີ່ມຕົ້ນຂອງພວກເຂົາ
ວ່າດ້ວຍການປ່ຽນຈາກການປະເຊີນໜ້າທາງທະຫານສູ່ການຕັ້ງຖິ່ນຖານທາງການເມືອງໃນແຫຼມເກົາຫຼີ
ເຊິ່ງເປັນໜື່ງໃນຫົວຂໍ້ທີ່ສໍາຄັນໃນວາລະການປະຊຸມລະຫວ່າງປະເທດ
“ຫາກເວົ້າຮອດປເດັນນິວເຄຣຍ
ແນ່ນອນວ່າເລື່ອງນີ້ກ່ຽວຂ້ອງກັບປຽງຢາງແລະວໍຊີງຕັນເປັນຫຼັກ ແຕ່ພວກເຮົກກໍ່ພ້ອມທີ່ຈະມີສ່ວນໃນການເຈລະຈາທັງສອງຝ່າຍ
ພາຍໃຕ້ກອບການເຮັດວຽກຂອງຂະບວນການ “ຫົກພັກ” ທີ່ ຣັດເຊຍ,ຈີນ,ສະຫະລັດອາເມຣິກາ,ເກົາຫຼີເໜືອແລະເກົາຫຼີໃຕ້ມີສ່ວນກ່ຽວຂ້ອງ”
ສໍາຫຼັບການຕັ້ງຖິ່ນຖານໃນຊີເຣຍນັ້ນ
ຣັດເຊຍແລະຈີນຕ່າງກໍມີຄໍາເຫັນຄືກັນວ່າທີ່ຕ້ອງການໃຫ້ເກີດ ຫານຕັ້ງຖິ່ນຖານທາງການເມືອງໂດຍສະເພາະ
ເຊິ່ງເກີດຈາກການຕັດສິນໃຈຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດທີ່ຜ່ານການເຈລະຈາທາງການເມືອງ
ນອກຈາກນີ້້ ມາ
ທ່ານ ເຊີເກຍ໌ ລາຟຣໍຟ ຍັງກ່າວເຖິງການໃຫ້ຄວາມສໍາຄັນກັບຄວາມຮ່ວມດ້ານຄວາມໝັ້ນຄົງລະຫວ່າງປະເທດ
ພ້ອມໃຫ້ຂໍ້ມູນວ່າທັງສອງປະເທດໄດ້ຮ່ວມມືກັນຮ່າງເອກະສານສໍາຄັນກ່ຽວກັບການບໍ່ໃຫ້ໃຊ້ອາວຸດໃນອາວະກາດແລະການປ້ອງກັນບໍ່ໃຫ້ເກີດການກໍ່ການຮ້າຍທາງເຄມີແລະທາງຊີວິໍະວິທະຍາອີກດ້ວຍ
ແລະເຫັນດີທີ່ຈະສົ່ງເສີມການລວມກຸ່ມສະຫະພາບເສດຖະກິດຢູເຣເຊຍ ແລະໂຄງການເສັ້ນທາງສາຍໄໝໃໝ່ອີກດ້ວຍ



Post a Comment