ສະຫະພັນບານເຕະແຫ່ງຊາດລາວຊີ້ແຈງ ກ່ຽວກັບການສັ່ງຫ້າມນັກກິລາບານເຕະທີມຊາດລາວ 18 ຄົນ
ສະຫະພັນບານເຕະແຫ່ງຊາດລາວ ໄດ້ຖືກຕັ້ງຄໍາຖາມເປັນຈຳນວນຫລວງຫລາຍຈາກບັນດາສື່ມວນຊົນ, ສໍານັກຂ່າວ, ແຟນບານລາວ ແລະ ປວງຊົນລາວທົ່ວປະເທດ ກ່ຽວກັບການສັ່ງຫ້າມນັກກິລາບານເຕະທີມຊາດລາວ 18 ຄົນ ເຄື່ອນໄຫວກິດຈະກໍາຕ່າງໆກ່ຽວກັບກິລາບານເຕະ ເນື່ອງຈາກມີສ່ວນກ່ຽວຂ້ອງກັບການລ໋ອກສະກໍ.
ສະຫະພັນບານເຕະແຫ່ງຊາດລາວ
ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ສຕລ ໄດ້ຮ່ວມມືກັບເຈົ້າຫນ້າທີ່ທີ່ກ່ຽວຂ້ອງທັງພາຍໃນ ແລະ
ຕ່າງປະເທດ ໃນການສະກັດກັ້ນການລ໋ອກສະກໍໃນທຸກລະດັບການແຂ່ງຂັນ ແລະ
ບຸກຄົນທີ່ກ່ຽວຂ້ອງຕະຫຼອດມາ. ມາຮອດທ້າຍປີ 2017 ໄດ້ສະເໜີໃຫ້ເຈົ້າໜ້າທີ່ທຳການສືບສວນ-ສອບສວນລະອຽດກ່ຽວກັບນັກກິລາທີມຊາດທັງ
18 ຄົນນີ້.
ເນື່ອງຈາກວ່າໃນໄລຍະນີ້
ຍັງຢູ່ໃນຂັ້ນຕອນການດຳເນີນຄະດີຂອງເຈົ້າໜ້າທີ່ຢູ່ ສະນັ້ນ
ສະຫະພັນບານເຕະແຫ່ງຊາດລາວບໍ່ສາມາດເປີດເຜີຍລາຍລະອຽດໄປໄດ້ຫລາຍກວ່ານີ້
ສະຫະພັນບານເຕະແຫ່ງຊາດລາວ
ຂໍຢືນຢັນຢ່າງໜັກແໜ້ນ ວ່າຈະສືບຕໍ່ຮ່ວມກັບເຈົ້າຫນ້າທີ່ ທີ່ກ່ຽວຂ້ອງໃຊ້ມາດຕະການຢ່າງເດັດຂາດຕໍ່ກັບຜູ້ມີສ່ວນຮ່ວມ, ພົວພັນກັບການລ໋ອກສະກໍກິລາບານເຕະ
ຂອງລາວກໍຄືຂອງສາກົນໃຫ້ຖືກປະຕິບັດວິໄນຢ່າງເຂັ້ມງວດ ຕໍ່ກັບບຸກຄົນທີ່ກະທໍາຜິດ
ຈະຖຶກປະຕິບັດວິໄນຂັ້ນສູງສຸດ
ກໍຄືຫ້າມຫຍຸ້ງກ່ຽວກັບທຸກໆກິດຈະກໍາທີ່ກ່ຽວຂ້ອງກັບກິລາບານເຕະທັງພາຍໃນ ແລະ ຕ່າງປະເທດ.



Post a Comment