ເຮືອບີນຮົບອັງກິດຂື້ນສະກັດເຮືອບີນຖີ້ມລະເບີດລັດເຊຍ ທີ່ບີນໃກ້ນ່ານຟ້າອັງກິດ (ມີຄລິບ)
ກອງທັບອາກາດອັງກິດອອກຖະແຫຼງການ ຢືນຢັນເຫດການ ປ້ອງກັນໄພສຸກເສີນ ໂດຍການສົ່ງເຮືອບີນຮົບ ໄຕ້ຝຸ່ນ ຈາກຖານທັບອາກາດ ລອສຊີມັດ ໃນສະກ໊ອດແລນ ຂື້ນສະກັດໃນຂະນະທີ່ເຮືອບີນຖີ້ມລະເບີດໄລຍະໄກແບບ ຕູເປໂລບ-ຕູ 160 ແບັກແຈກ ຂອງກອງທັບລັດເຊຍ 2 ລຳ ກຳລັງບີນເຂົ້າຫາອັງກິດ.
ເຫດການຄັ້ງນີ້ຄາດວ່າເປັນການທົດສອບລະບົບປ້ອງກັນທາງອາກາດຂອງອົງການນາໂຕ່ ແລະ ຂອງອັງກິດ. ກ່ອນໜ້ານີ້ກອງທັບລັດເຊຍຍັງພະຍາຍາມຫາທາງພິສູດຂອງກອງທັບເຮືອອັງກິດໂດຍການສົ່ງເຮືອຮົບ 2 ລຳ ແລະ ເຮືອສະໜັບສະໜູນ 2 ລຳ ແລ່ນຜ່ານໃກ້ກັບເຂດນ່ານນຳ້ຂອງສະຫະລາດຊະອານາຈັກ.


Post a Comment