ສະຫະລັດ ສົ່ງຝູງເຮືອບິນຮົບຍິງຖະຫຼົ່່ມກຸ່ມໄອເອສໃນຊີເຣຍ ຕາຍ 150 ສົບ
ໃນວັນທີ່ 24
ມັງກອນ 2018 ສໍານັກຂ່າວຊີເອັນເອັນລາຍງານວ່າ ກອງກໍາລັງພັນທະມິດນໍາໂດຍສະຫະລັດສົ່ງຝູງເຮືອບິນຮົບ
ບຸກໂຈມຕີຖານທີ່ໝັ້ນກຸ່ມ ຕິດ ອາວຸດລັດອິດສະລາມ ຫຼື ໄອເອສທີ່ເມືອງອັສ ຊາຟາຫ໌ ໃນປະເທດຊີເຣຍ
ໃນວັນເສົາ 20 ມັງກອນທີ່ຜ່ານມາສັງຫານສະມາຊິກໄອເອສປະມານ 150 ສົບ
ຈາກການຖແຫຼງການຂອງ
ພທ ໄຣອັນ ດິລລອນ ໂຄສົກປະຈໍາກອງກໍາລັງພັນທະມິດປາບປນມໄອເອສໃນອີຣັກແລະຊິເຣຍ
ເປີດເຜີຍກັບນັກຂ່າວຊີເອັນເອັນວ່າ ເປົ້າໝາຍໃນການບຸກໂຈມຕີຄັ້ງນີ້ຄືສໍານັກງານໃຫຍ່ລວມທັງສູນບັນຊາກາງແລະຄວບຄຸມຂອງໄອເອສ
ຫຼັງຈາກກອງກໍາລັງໄດ້ຮັບລາຍງານຂ່າວກອງຈາກການປະສານງານຫຼາຍຝ່າຍມາຫຼາຍອາທິດ
ພທ ໄຣອັນ ດິລລອນ
ຍັງເປີດເຜີຍອີກວ່າ ການໂຈມຕີເປົ້າໝາຍກຸ່ມໄອເອສໃນເມືອງອັສ ຊາຟາຫ໌
ທີ່ຢູ່ບໍລິເວນແຄມແມ່ນໍ້າຢູເຟຣຕິສເຊິ່ງເປັນພື້ນທີ່ທີ່ກຸ່ມໄອເອສຍັງຢຶດຄອງຢູ່
ແລະເຈົ້າໜ້າທະຫານຂອງສະຫະລັດທີ່ອີກຄົນໜື່ງຍັງເຜີຍວ່າ
ການໂຈມຕີຄັ້ງນີ້ກອງກໍາລັງສະຫະລັດໄດ້ສົ່ງ ຝູງເຮືອບິນຮົບໂຈມຕີ F/A-18 ແລະອາກາດຍານບໍມີຄົນຂັບ(ໂດຣນ)ຕິດອາວຸດລວມທັງເຮືອບັນທຸກທຸກເຮືອບນທີອໍໂດ
ຣູສເວລຕ໌ ກໍຈອດລອຍລໍາໃນອ່າວເປີເຊຍກໍສະໜັບສະໜູນການໂຈມຕີໄອເອສໃນຊີເຣຍອີກດ້ວຍ

Post a Comment