ສານຫວຽດນາມຕັດສິນຈໍາຄຸກ 4 ນັກເຄື່ອນໄຫວທີ ຍົກແກ່ວງທຸງຊາດຫວຽດນາມໃຕ້
ສໍານັກຂ່າວຕ່າງປະເທດລາຍງານໃນວັນທີ່
24 ມັງກອນ 2018 ວ່າສານປະຊາຊົນໃນແຂວງອານຊາງ ພາກໃຕ້ຂອງຫຽວດນາມ ໄດ້ພິພາກສາໃນວັນພຸດ
ໃຫ້ ທ ເວືອງ ວັນ ຕາ ອາຍຸ 49 ປີ ຮັບໂທດຈໍາຄຸກ 12 ປີທີ່ກະທໍາຜິດທາງອາຍາຮ້າຍແຮງ
ດ້ວຍການ ຈັດເຮັດໂຄສະນາຊວນເຊື່ອຕໍ່ຕ້ານອໍານາດລດ ສ່ວນລູກຊາຍຂອງ ທ ຕາ
ໄດ້ຮັບໂທດຈໍາຄຸກເປັນເວລາ7 ປີ ຈາກຄວາຜິດໃນຂໍ້ຫາດຽວກັນ ແລະຍັງມີອີກ 2
ຈໍາເລີຍເຂົ້າຮ່ວມອີເປັນສອງພີ່ນ້ອງຝາແຝດຄື ທ ຫວຽນ ວັນ ເຖືອງ ແລະ ທ ຫວຽນ ຢັດ ເຈືອງ
ຖືກສານພິພາກສາໃຫ້ຈໍາຄຸກເປັນເວລາ 6 ປີ
ຊາຍທັງ 4 ຄົນເປັນສະມາຊິກຂອງຂະບວນການເຄື່ອນໄຫວທາງສາສະໜາ
ຫວ່າ ຫວ່າ ຫຼັງຈາກສະມາຊິກຄົນໜື່ງໄດ້ຍົກແກ່ວງທຸງອາດີດຫວຽດນາມໃຕ້ຂື້ນມາເຊິ່ງເປັນເສັ້ນສີແດງ
3 ເສັ້ນເທິງສີເຫຼືອງໃນວັນທີ່ 30 ເມສາ 2016 ເຊິ່ງເປັນວັນສໍາຄັນທາງປະຫວັດສາດຂອງຫວຽດນາມ
ເຊິ່ງເປັນວັນປະກາດອິດສະຫຼະພາບ ຫຼືວັນແຫ່ງການປົດປ່ອຍໄຊງ່ອນຈາກການຢູ່ພາຍໃຕ້ການປົກຄອງຂອງຫວຽດນາມທີ່
ສະຫະລັດສະໜັບສະໜູນ ໂດຍກອງກໍາລັງຂອງຫວຽດນາມເໜືອແລະຍັງຖືເປັນວັນສີ້ນສຸດສົງຄາມຫວຽດນາມຢ່າງເປັນທາງການໃນປີ1975


Post a Comment