ຄົນຈີນຊ່ວຍກັນບໍລິຈາກເງີນທະລຸ 1 ແສນຢວນຊ່ວຍເດັກຫົວນຳ້ກ້ອນທີ່ຍ່າງຝ່າໜາວໄປໂຮງຮຽນ (ມີຄລິບສຳພາດຢູ່ເຮືອນເດັກ)
ຫຼັງຈາກພາບເດັກນ້ອຍຄົນໜຶ່ງຍ່າງຝ່າຄວາມໜາວ -9 ອົງສາໄປໂຮງຮຽນດ້ວຍໄລຍະທາງກວ່າ 4,5 ກິໂລແມັດ ຖືກແຊໄປຢ່າງກວ້າງຂວາງໃນໂລກອິນເຕີເນັດກໍ່ມີຄົນຈີນຈຳນວນຫຼາຍທີ່ຊ່ວຍກັນບໍລິຈາກຊ່ວຍໂຮງຮຽນດັ່ງກ່າວ ເຊີ່ງຍອດບໍລິຈາກຄັ້ງທຳອິດແມ່ນ 1 ແສນຢວນ ຫຼື ປະມານ 125 ລ້ານກີບ ແລະ ຄາດວ່າຈະມີເພີ່ມຂື້ນອີກ.
ໂດຍເຈົ້າໜ້າທີ່ປົກຄອງທ້ອງຖີ່ນໄດ້ຈັດເປັນ ເງີນຊົດເຊີຍໄພໜາວ ໃຫ້ກັບນັກຮຽນໃນໂຮງຮຽນຄົນລະ 500 ຢວນ ຫຼື ປະມານ 6 ແສນກີບ ພ້ອມເສື້ອຜ້າ ແລະ ຖົງມືກັນໜາວໄປພ້ອມໆກັນເນື່ອງຈາກທາງໂຮງຮຽນຍັງມີງົບປະມານບໍ່ພໍຈະຕິດຕັ້ງເຄື່ອງເຮັດຄວາມຮ້ອນໃນຫ້ອງຮຽນ.
ຂະນະທີ່ພໍ່ຂອງເດັກທີ່ຕ້ອງເຮັດວຽກຢູ່ໄກບ້ານກໍ່ໄດ້ຮັບການສະເໜີຕຳແໜ່ງວຽກໃກ້ບ້ານໃນໂຄງການກໍ່ສ້າງເດີ່ນກິລາໃນພື້ນທີ່ອີກດ້ວຍ. ເຫັນໄດ້ວ່າຫາກພ້ອມຈິດພ້ອມໃຈຊ່ວຍກັນແລ້ວທຸກຢ່າງກໍ່ຈະຄ່ອຍໆດີຂື້ນເອງເທື່ອລະກ້າວ.


Post a Comment