ສຸດຊ໊ອກກາງຫ້ອງຮຽນ!! ແທງໝູ່ຕາຍແຄ້ນຍ້ອນບໍ່ເຮັດວຽກບ້ານໃຫ້
ເກີດເຫດສະເທືອນຂວັນ ເມື່ອນັກຮຽນຍິງອາຍຸ 15 ປີ ທີ່ຮຽນເກັ່ງທີ່ສຸດໃນຫ້ອງຖືກໝູ່ຮ່ວມຫ້ອງແທງຕາຍ ຍ້ອນບໍ່ຍອມເຮັດວຽກບ້ານໃຫ້ ສ່ວນນັກຮຽນຊາຍທີ່ແທງແມ່ນຖືກກົດດັນໜັກຈາກຜົນການຮຽນບໍ່ດີ.
ຜູ້ຕາຍຊື່ ນ.ສ່ຽວອີ້ ຖືກແທງຄໍກາງຫ້ອງຮຽນມັດທະຍົມ 3 ເມື່ອວັນທີ່ 9 ມັງກອນ ຫຼັງຈາກປະຕິເສດບໍ່ເຮັດວຽກບ້ານໃຫ້ນັກຮຽນຊາຍທີ່ຮຽນຫ້ອງດຽວກັນຊື່ ທ.ຍ່ຽນ ຈາກນັ້ນຊ່ວງພັກທ່ຽງ ທ.ຍ່ຽນກໍ່ອອກໄປຊື້ມີດແລ້ວກັບມາແທງໝູ່ ເຊີ່ງເສຍຊີວິດຫຼັງນຳສົ່ງໄປໂຮງໝໍໄດ້ບໍ່ດົນ ເຊີ່ງເມື່ອພໍ່ແມ່ຮູ້ຂ່າວກໍ່ຮ້ອງໄຫ້ໃຈຈົນສິຂາດ.
ຕໍ່ມາຜູ້ກໍ່ເຫດກະເຂົ້າມອບຕົວກັບຕຳຫຼວດ. ຈາກການສອບຖາມໝູ່ນັກຮຽນໃນຫ້ອງຮູ້ວ່າ ທ.ຍ່ຽນນັ່ງຮຽນຢູ່ໂຕະໜ້າຂອງ ນ.ສ່ຽວອີ້ ຕອນທີ່ມມາຂໍໃຫ້ເຮັດວຽກບ້ານຊ່ວຍ ນ.ສ່ຽວອີ້ ປະຕິເສດວ່າຍັງເຮັດຂອງຕົນເອງຍັງບໍ່ແລ້ວຊຳ້ ທ.ຍ່ຽນ ຈຶ່ງຄຽດຢ່າງແຮງແລ້ວອອກໄປຊື້ມີດມາແທງ. ຫຼັງເຫດການນີ້ ເຈົ້າໜ້າທີ່ກະຊວງສືກສາກໍ່ໄດ້ຈັດການປະຊຸມເພື່ອຫາວິທີປ້ອງກັນບໍ່ໃຫ້ເກີດເຫດແບບນີ້ອີກຢ່າງເດັດຂາດ.



Post a Comment