ຕໍາຫຼວດຮ່ອງກົງ ປົດຊະນວນລະເບີດສະໄໝສົງຄາມໂລກຄັ້ງທີ່ 2 ສໍາເລັດ ລັດສະໝີການທໍາລາຍ1000-2000 ແມັດ



ໃນວັນທີ່ 27 ມັງກອນ 2018 ສໍານັກຂ່າວຊິນຫົວລາຍງານວ່າ ຂຸດພົບລະເບີດ ຍຸກສົງຄາມໂລກຄັ້ງ 2 ຄາດວ່າເປັນລະເບີດເອເອັນ-ເອັມ65(AN-M65) ຂອງສະຫະລັດທີ່ຖືກຖິ້ມໄວ້ ຂະໜາດ 450 ກິໂລ ຖືກຂຸດພົບໂດຍກໍາມະກອນກໍ່ສ້າງທາງລົດໄຟໃນວັນເສົາ 27 ມັງກອນ ແລະຕໍາຫຼວດເລີ່ມພາລະກິດການປົດຊະນວນລະເບີດໃນຕອນບ່າຍຂອງວັນດຽວກັນຫຼັ້ງຈາກອົບພະຍົບປະຊາຊົນປະມານ 1.500 ຄົນອອກຈາກພື້ນທີ່ສ່ຽງໄພ



ໂທນີ່ ເຊົາ ເຈົ້າໜ້າທີ່ເກັບກູ້ລະເບີດລະດັບ ອາວຸໂສຂອງຮ່ອງກົງ ເຜີຍວ່າລັດສະໝີການທໍາລາຍຂອງລະເບີດດັ່ງກ່າວປະມານ 1.000-2.000 ແມັດ ຄາດວ່າເປັນລະເບີດເອເອັນ-ເອັມ65(AN-M65) ຂອງສະຫະລັດທີ່ຖືກຖິ້ມໄວ້  ໃນຊ່ວງປີ 1941-1945 ແຕ່ກໍນັບວ່າເປັນເລື່ອງທີ່ໜ້າຍິນດີ ເມືອເຈົ້າໜ້າທີ່ຕໍາຫຼວດປະຈໍາເຂດບໍລິຫານພິເສດຮ່ອງກົງປະສົບຄວາມສໍາເລັດໃນການປົດຊະນວນລະເບີດໃນຄັ້ງນີ້ເປັນທີ່ຮຽບຮ້ອຍແລ້ວແລະການຄົ້ນພົບລະເບີດຈາກສົງຄາມໂລກຄັ້ງທີ່ 2 ຖືວ່າເປັນຄັ້ງທີ່ສອງທີພົບໃນໃຈກາງເມືອງ

ไม่มีความคิดเห็น